ປີໃໝ່ບຸນກຸດຈີນກາຍເປັນມື້ພັກລັດຖະການຕາມກົດໝາຍຂອງນະຄອນນິວຢອກ

2023-02-05 15:42:48 CRI

ວັນທີ 2 ກຸມພານີ້ຕາມເວລາທ້ອງຖິ່ນ, ກອງປະຊຸມຄົບຄະນະສະມາຊິກສະພານະຄອນນິວຢອກ ໄດ້ຜ່ານການຮັບຮອງ “ຍັດຕິວ່າດ້ວຍບຸນປີໃໝ່ຕາມປະຕິທິນຈັນທະຄະຕິຈີນ” ດ້ວຍ 49 ຄະແນນສຽງ(ມີສະມາຊິກສະພາ 2 ຄົນບໍ່ໄດ້ເຂົ້າຮ່ວມກອງປະຊຸມ). ໃນຕໍ່ໜ້າ, ບຸນປີໃໝ່ຕາມປະຕິທິນຈັນທະຄະຕິຈີນ ຫຼື ບຸນກຸດຈີນ ຈະກາຍເປັນວັນພັກລັດຖະການຕາມກົດໝາຍຂອງນະຄອນນິວຢອກ ອາເມຣິກາ ເຊິ່ງຖືວ່າເປັນເຫດການທີ່ມີຄວາມໝາຍປະຫວັດສາດ ເວົ້າລັບຊາວອາເມຣິກາເຊື້ອສາຍອາຊີຢູ່ນະຄອນນິວຢອກ.


ທ່ານຄຣິສໂຕເຟີ ມາດ ສະມາຊິກສະພານະຄອນນິວຢອກ ຈາກເຂດເລືອກຕັ້ງທີ 1 ຂອງເຂດມານຮັດຕັນ ເວົ້າວ່າ: ຍັດຕິດັ່ງກ່າວໄດ້ຜ່ານການຮັບຮອງ, ຈະໝາຍຄວາມວ່າໃນໄລຍະບຸນກຸດຈີນໃນອະນາຄົດນັ້ນ, ບໍ່ພຽງແຕ່ແມ່ນນັກຮຽນນັກສຶກສາໄດ້ພັກຮຽນເທົ່ານັ້ນອີກ, ພະນັກງານໃນພາກສ່ວນອຳນາດການປົກຄອງ ເຊັ່ນ: ພະນັກງານໃນສານ, ພະນັກງານໃນທະນາຄານ ແລະອື່ນໆ ລ້ວນແຕ່ຈະໄດ້ພັກລັດຖະການມື້ໜຶ່ງ.


ຕາມສະຖິຕິທີ່ຍັງບໍ່ຄົບຖ້ວນ, ກິດຈະກຳຕາມປະເພນີຕ່າງໆໃນໄລຍະບຸນກຸດຈີນໄດ້ເຂົ້າເຖິງເກືອບ 200 ປະເທດ ແລະ ເຂດແຄວ້ນແລ້ວ. ບວກກັບມີບາງປະເທດ ແລະ ເຂດແຄວ້ນໄດ້ກຳນົດເອົາບຸນກຸດຈີນເປັນວັນພັກລັດຖະການຕາມກົດໝາຍ, ປັດຈຸບັນ, ບຸນກຸດຈີນໄດ້ກາຍເປັນມື້ບຸນລັກສະນະສາກົນແລ້ວ.