ຣັດເຊຍກ່າວເຕືອນຕໍ່ການຊ່ວຍເຫຼືອທາງການທະຫານຮອບໃໝ່ຂອງອາເມຣິກາ

2023-02-05 15:40:56 CRI

ວັນທີ 3 ກຸມພານີ້, ກະຊວງປ້ອງກັນປະເທດອາເມຣິກາໄດ້ອອກຖະແຫຼງການ ໂດຍໄດ້ປະກາດໃຫ້ການຊ່ວຍເຫຼືອທາງການທະຫານຮອບໃໝ່ ທີ່ມີມູນຄ່າ 2,175 ຕື້ໂດລາສະຫະລັດແກ່ອູແກຣນ, ໃນນັ້ນລວມທັງຊ່ວຍເຫຼືອຈະຫຼວດໄລຍະໄກ ທີ່ມີໄລຍະຍິງປະມານ 150 ກິໂລແມັດແກ່ອູແກຣນເປັນຄັ້ງທຳອິດ.


ເຈົ້າໜ້າທີ່ກະຊວງປ້ອງກັນປະເທດອາເມຣິກາກ່າວວ່າ: ການຊ່ວຍເຫຼືອທາງການທະຫານຄັ້ງນີ້ຍັງມີລູກປືນໃຫຍ່, ປືນກົນ, ເຮືອບິນບໍ່ມີຄົນຂັບ ແລະອື່ນໆ. ນັບແຕ່ທ່ານໂຈ ໄບເດັນຂຶ້ນດຳລົງຕຳແໜ່ງປະທານາທິບໍດີອາເມຣິກາມານີ້, ອາເມຣິກາໃຫ້ຄຳໝັ້ນສັນຍາໃນການຊ່ວຍເຫຼືອອູແກຣນທາງການທະຫານນັ້ນ ໄດ້ມີມູນຄ່າເຖິງ 30 ຕື້ໂດລາສະຫະລັດແລ້ວ.


ໂດຍແນໃສ່ກະຊວງປ້ອງກັນປະເທດອາເມຣິກາເພີ່ມການຊ່ວຍເຫຼືອທາງການທະຫານຕໍ່ອູແກຣນ, ວັນທີ 3 ກຸມພານີ້, ທ່ານດິມີຕຣີ ເປສໂຄຟ ໂຄສົກປະທານາທິບໍດີຣັດເຊຍກ່າວເຕືອນອາເມຣິກາວ່າ: ຢ່າລືມຄຳປາໄສຂອງທ່ານວະລາດິເມຍ ປູຕິນ ປະທານາທິບໍດີຣັດເຊຍ ທີ່ກ່າວໃນພິທີລະນຶກບັ້ນສົງຄາມປ້ອງກັນນະຄອນສຕາລິນກຣາດໄດ້ຮັບໄຊຊະນະຄົບຮອບ 80 ປີ. ໃນພິທີດັ່ງກ່າວ, ທ່ານວະລາດິເມຍ ປູຕິນກ່າວວ່າ: ໂດຍແນໃສ່ກໍລະນີທີ່ປະເທດຕາເວັນຕົກສະໜອງອາວຸດຍຸດໂທປະກອນໃຫ້ອູແກຣນ, ເຖິງວ່າຣັດເຊຍບໍ່ໄດ້ສົ່ງລົດຕັງໄປເຂດຊາຍແດນຕິດກັບປະເທດຕາເວັນຕົກກໍຕາມ, ແຕ່ມີມາດຕະການຮັບມື ທີ່ບໍ່ຈຳກັດແຕ່ສົ່ງລົດຕັງໄປເທົ່ານັ້ນ.