ຈີນສະແດງຄວາມບໍ່ພໍໃຈຢ່າງແຮງ ແລະ ປະທ້ວງອາເມຣິກາກໍລະນີທີ່ໂຈມຕີເຮືອເຫາະອາກາດທີ່ບໍ່ມີຄົນຂັບທີ່ໃຊ້ທາງພົນລະເຮືອນຂອງຈີນ

2023-02-05 13:30:44 cri

ວັນທີ 5 ກຸມພາ 2023, ກະຊວງການຕ່າງປະເທດຈີນໄດ້ອອກຖະແຫຼງການກ່ຽວກັບອາເມຣິກາໄດ້ປະກາດຍິງຕົກເຮືອເຫາະອາກາດທີ່ບໍ່ມີຄົນຂັບຂອງຈີນ ໂດຍມີເນື້ອໃນດັ່ງນີ້:

ຈີນສະແດງຄວາມບໍ່ພໍໃຈຢ່າງແຮງ ແລະ ປະທ້ວງອາເມຣິກາທີ່ໂຈມຕີເຮືອເຫາະອາກາດທີ່ບໍ່ມີຄົນຂັບທີ່ໃຊ້ໃນທາງພົນລະເຮືອນຂອງຈີນດ້ວຍກຳລັງອາວຸດ. ຈີນໄດ້ກວດສອບ ແລະ ແຈ້ງສະພາບການທີ່ກ່ຽວຂ້ອງໃຫ້ອາເມຣິກາຮັບຊາບຫຼາຍເທື່ອແລ້ວວ່າ: ເຮືອເຫາະດັ່ງກ່າວແມ່ນໃຊ້ໃນພົນລະເຮືອນ, ໄດ້ເຂົ້າສູ່ອາກາດຊັ້ນສູງເທິງນ່ານຟ້າອາເມຣິກາດ້ວຍສາເຫດທຳມະຊາດທີ່ເຫຼືອວິໄສ, ແມ່ນສະພາບການທີ່ເກີດຂຶ້ນເໜືອຄວາມຄາດຄິດ. ຈີນໄດ້ຮຽກຮ້ອງໃຫ້ອາເມຣິກາຈົ່ງແກ້ໄຂບັນຫາດັ່ງກ່າວຢ່າງເໝາະສົມດ້ວຍຄວາມໃຈເຢັນ, ມືອາຊີບ ແລະ ຄວາມອົດທົນ. ຂະນະທີ່ໂຄສົກກະຊວງປ້ອງກັນປະເທດອາເມຣິກາກໍເຄີຍກ່າວວ່າ: ເຮືອເຫາະອາກາດດັ່ງກ່າວຈະບໍ່ສ້າງໄພຂົ່ມຂູ່ທາງການທະຫານຕໍ່ປະຊາຊົນອາເມຣິກາ. ພາຍໃຕ້ສະພາບການດັ່ງກ່າວ, ອາເມຣິກາພັດຍັງຕັ້ງໃຈໃຊ້ກຳລັງອາວຸດ, ເປັນການຕອບໂຕ້ເກີນຂອບເຂດຢ່າງຈະແຈ້ ແລະ ຂັດກັບຫຼັກປະຕິບັດສາກົນຢ່າງຮ້າຍແຮງ. ປະເທດຈີນຈະຮັກສາສິດແລະຜົນປະໂຫຍດທີ່ຊອບດ້ວຍກົດໝາຍຂອງວິສາຫະກິດທີ່ກ່ຽວຂ້ອງຂອງຕົນຢ່າງເດັດດ່ຽວ, ພ້ອມທັງສະຫງວນສິດການໃຫ້ຕອບໂຕ້ທີ່ຈຳເປັນຕື່ມອີກ.