ເຮືອບິນໂດຍສານ 2 ລຳຂອງອາເມຣິກາຕຳກັນຢູ່ສະໜາມບິນ

2023-02-05 15:43:33 CRI

ອີງຕາມບໍລິສັດກະຈາຍສຽງໂກລົມບີອາເມຣິກາ ຫຼື CBS ລາຍງານໃຫ້ຮູ້ວ່າ, ຕອນເຊົ້າວັນທີ 3 ກຸມພານີ້ຕາມເວລາທ້ອງຖິ່ນ, ມີເຮືອບິນໂດຍສານ 2 ລຳໄດ້ເກີດອຸບັດເຫດຕຳກັນຢູ່ສະໜາມບິນແຫ່ງໜຶ່ງ ຢູ່ລັດນິວເຈີຊີ ຂອງອາເມຣິກາ, ປັດຈຸບັນ ສຳນັກງານຄຸ້ມຄອງການບິນພົນລະເຮືອນສະຫະລັດອາເມຣິກາ ຫຼື FAA ພວມດຳເນີນການສືບສວນ-ສອບສວນເຫດການດັ່ງກ່າວ.


ຂ່າວລາຍງານວ່າ, ເວລາປະມານ 8:45 ໂມງຂອງວັນທີ 3 ກຸມພານີ້, ຢູ່ສະໜາມບິນສາກົນນິວວາກ ລີເບີຕີ ລັດນິວເຈີຊີ, ເຮືອບິນໂດຍສານໂບອິງ 757 ລຳໜຶ່ງຂອງບໍລິສັດຢູໄນເຕັດແອລາຍອາເມຣິກາ ກຳລັງລໍຖ້າຂຶ້ນບິນ ເພື່ອບິນໄປສູ່ນະຄອນອໍລັນໂດ, ແຕ່ຖືກເຮືອບິນໂດຍສານໂບອີງ 787 ລໍາໜຶ່ງເຂົ້າມາຕຳໃສ່. ປີກເຮືອບິນເບື້ອງຊ້າຍຂອງເຮືອບິນໂດຍສານ 757 ຖືກຕຳແລະຫັກໄປສ່ວນໜຶ່ງ, ຕອນນັ້ນໃນເຮືອບິນລຳດັ່ງກ່າວມີຜູ້ໂດຍສານເຕັມລຳ.


ສື່ມວນຊົນອາເມຣິກາແຈ້ງໃຫ້ຮູ້ວ່າ, ໃນໄລຍະຜ່ານມາ, ຢູ່ອາເມຣິກາໄດ້ເກີດອຸບັດເຫດຢູ່ສະໜາມບິນເລື້ອຍໆ. ອີງຕາມຕົວເລກຂໍ້ມູນຈາກ FAA ໃຫ້ຮູ້ວ່າ, ໃນປີ 2022, ໃນທົ່ວປະເທດອາເມຣິກາໄດ້ເກີດອຸບັດເຫດ “ລ່ວງເຂົ້າທາງຂຶ້ນລົງສຳລັບເຮືອບິນ” ຄ້າຍຄືກັນກັບອຸບັດເຫດທີ່ເກີດຂຶ້ນຢູ່ສະໜາມບິນສາກົນ JFK ນິວຢອກແບບນັ້ນ 1.732 ເທື່ອ.

ຄໍ​ລຳ
  • ​​ຮູບພາບ
  • ​ວີ​ດີ​ໂອ