ກອງປະຊຸມບໍ່ເປັນທາງການຂອງລັດຖະມົນຕີການຕ່າງປະເທດອາຊຽນຈັດຂຶ້ນຢູ່ອິນໂດເນເຊຍ

2023-02-05 15:40:10 CRI

ວັນທີ 4 ກຸມພານີ້ຕາມເວລາທ້ອງຖິ່ນ, ກອງປະຊຸມບໍ່ເປັນທາງການຂອງລັດຖະມົນຕີການຕ່າງປະເທດອາຊຽນໄດ້ຈັດຂຶ້ນຢູ່ນະຄອນຫຼວງຈາກາຕາປະເທດອິນໂດເນເຊຍ ໂດຍມີຫົວຂໍ້ວ່າ “ວຽກງານອາຊຽນ: ໃຈກາງແຫ່ງການເຕີບໂຕ”.

 

ກອງປະຊຸມຄັ້ງນີ້ແມ່ນກອງປະຊຸມສຳຄັນຄັ້ງທຳອິດ ໃນໄລຍະອິນໂດເນເຊຍເປັນປະເທດປະທານໝູນວຽນຂອງອາຊຽນໃນປີ 2023 ແລະ ຕີມໍແລສເຕໄດ້ເຂົ້າຮ່ວມກອງປະຊຸມເປັນຄັ້ງທຳອິດໃນຖານະເປັນປະເທດສະມາຊິກອາຊຽນ.


ກອງປະຊຸມໄດ້ປຶກສາຫາລືວຽກງານບຸລິມະສິດໃນປີ 2023 ຂອງອາຊຽນ ແລະ ເຮັດແນວໃດເພື່ອບັນລຸການເພີ່ມທະວີຄວາມສາມັກຄີພາຍໃນອາຊຽນ ແລະ ການພົວພັນກັບຄູ່ຮ່ວມມືພາຍນອກ, ກ່າວຢ້ຳຈະຊຸກຍູ້ການພັດທະນາແບບຍືນຍົງໂດຍສັນຕິ, ຊຸກຍູ້ຄວາມໝັ້ນຄົງ, ສະຖຽນລະພາບ ແລະ ຄວາມຈະເລີນຮຸ່ງເຮືອງຢູ່ພາຍໃນ ແລະ ນອກພາກພື້ນ, ຍັງໄດ້ກ່າວຢ້ຳວ່າ: ຈະສຸມໃສ່ຮັກສາອາຊີຕາເວັນອອກສຽງໃຕ້ໃຫ້ເປັນພາກພື້ນທີ່ປອດອາວຸດນິວເຄລຍ ແລະ ອາວຸດທີ່ມີແສນຍານຸພາບລ້າງຜານສູງອື່ນໆ ເພື່ອປົກປັກຮັກສາສັນຕິພາບ ແລະ ຄວາມໝັ້ນຄົງຂອງພາກພື້ນ.