ຈີນເລີ່ມກິດຈະກຳ “ຄາລາວານຍີ່ຫໍ້ດັງດັ້ງເດີມ” ປີ 2023 ເພື່ອຊຸກຍູ້ການບໍລິໂພກ

2023-02-05 15:41:40 CRI

ວັນທີ 4 ກຸມພານີ້, ກິດຈະກຳ “ຄາລາວານຍີ່ຫໍ້ດັງດັ້ງເດີມ 2023” ກໍຄື “ປີບໍລິໂພກແຂວງຊານຕົ່ງ” ເຊິ່ງເປັນກິດຈະກຳເປີດສາກລະດູການບໍລິໂພກຕ້ອນຮັບລະດູບານໃໝ່ທົ່ວປະເທດຈີນ ໄດ້ຈັດຂຶ້ນຢູ່ນະຄອນຊິງຕາວແຂວງຊານຕົ່ງຈີນ ເພື່ອເປັນການສ້າງບັນຍາກາດ ແລະ ຊຸກຍູ້ການບໍລິໂພກ.


ທ່ານຫຼີກ່າງ ຮອງຫົວໜ້າກົມພັດທະນາການຈໍລະຈອນ ກະຊວງການຄ້າຈີນກ່າວວ່າ: ປີນີ້, ກະຊວງການຄ້າຈີນຈະຖືເອົາ “ຄາລາວານຍີ່ຫໍ້ດັງດັ້ງເດີມ” ປີ 2023 ເປັນເນື້ອໃນສຳຄັນ ໃນລະດູການບໍລິໂພກເພື່ອຕ້ອນຮັບລະດູບານໃໝ່ທົ່ວປະເທດ ໂດຍປິ່ນອ້ອມການບໍລິໂພກໃນມື້ບຸນ, ການໄລຟສົດຂອງເຈົ້າຂອງຮ້ານ ແລະ ການໄປທ່ຽວຮ້ານຍີ່ຫໍ້ດັງດັ້ງເດີມເປັນຕົ້ນ ເພື່ອວາງແຜນຢ່າງເປັນເອກະພາບໃນການຈັດກິດຈະກຳສຳຄັນທີ່ມີລັກສະນະທົ່ວປະເທດ 28 ຄັ້ງ, ຊີ້ນ້ຳທ້ອງຖິ່ນຕ່າງໆຂອງຈີນສຸມໃສ່ມື້ບຸນທີ່ສຳຄັນ, ຈັດກິດຈະກຳທີ່ມີເອກະລັກພິເສດຮ້ອຍກວ່າຄັ້ງດ້ານການບໍລິໂພກ ແລະ ວັດທະນະທຳ ທີ່ໃຫຍ່ໂຕມະໂຫລານແລະປະສົມປະສານກັນທາງອອນລາຍ ແລະ ອອຟລາຍຕະຫຼອດປີນີ້ໃຫ້ແກ່ຜູ້ບໍລິໂພກ.


ນັບແຕ່ປີ 2020 ເປັນຕົ້ນມາ, ຈີນໄດ້ຈັດກິດຈະກຳ “ຄາລາວານຍີ່ຫໍ້ດັງດັ້ງເດີມ” ເປັນ 3 ປີລຽນຕິດແລ້ວ, ໄດ້ຊຸກຍູ້ສົ່ງເສີມການບໍລິໂພກໃນຂົງເຂດທີ່ກ່ຽວຂ້ອງເກືອບ 40 ຕື້ຢວນ.