ປະທານາທິບໍດີອິນໂດເນເຊຍກ່າວວ່າ: ອາຊຽນບໍ່ຄວນກາຍເປັນຕົວແທນຂອງຝ່າຍໃດຝ່າຍໜຶ່ງ

2023-02-05 13:33:55 cri


ວັນທີ 3 ກຸມພາ 2023,  ໃນໂອກາດພົບປະກັບລັດຖະມົນຕີກະຊວງການຕ່າງປະເທດຂອງບັນດາປະເທດອາຊຽນ ແລະ ເລຂາທິການໃຫຍ່ອາຊຽນ ຢູ່ທຳນຽບປະທານາທິບໍດີອິນໂດເນເຊຍທີ່ນະຄອນຫຼວງຈາກາຕາ, ທ່ານໂຈໂກ ວິໂດໂດ ປະທານາທິບໍດີອິນໂດເນເຊຍກ່າວວ່າ: ອາຊຽນຄວນສຸມກຳລັງເພື່ອຮັກສາສັນຕິພາບ ແລະ ສະຖຽນລະພາບຂອງພາກພື້ນ, ບໍ່ຄວນກາຍເປັນຕົວແທນຂອງຝ່າຍໃດຝ່າຍໜຶ່ງຢ່າງເດັດຂາດ.

ອິນໂດເນເຊຍແມ່ນປະເທດປະທານໝູນວຽນຂອງອາຊຽນໃນປີນີ້, ວັນທີ 3 ກຸມພານີ້, ລັດຖະມົນຕີກະຊວງການຕ່າງປະເທດຂອງປະເທດອາຊຽນໄດ້ຈັດກອງປະຊຸມຕ່າງໆຢູ່ນະຄອນຫຼວງຈາກາຕາປະເທດອິນໂດເນເຊຍ.

ຕອນເຊົ້າວັນທີ 3 ກຸມພານີ້, ທ່ານໂຈໂກ ວິໂດໂດ ປະທານາທິບໍດິອິນໂດເນເຊຍໄດ້ພົບປະກັບລັດຖະມົນຕີກະຊວງການຕ່າງປະເທດຂອງບັນດາປະເທດອາຊຽນ ແລະ ເລຂາທິການໃຫຍ່ອາຊຽນ ຢູ່ທຳນຽບປະທານາທິບໍດີອິນໂດເນເຊຍ. ທ່ານໂຈໂກ ວິໂດໂດໄດ້ເນັ້ນໜັກຄວາມສຳຄັນຂອງການຮັກສາການລວມສູນເປັນເອກະພາບຂອງອາຊຽນ ແລະ ຊີ້ໃຫ້ເຫັນວ່າ ອາຊຽນຄວນສຸມກຳລັງເພື່ອຮັກສາສັນຕິພາບ ແລະ ສະຖຽນລະພາບຂອງພາກພື້ນ, ບໍ່ຄວນກາຍເປັນຕົວແທນຂອງຝ່າຍໃດຝ່າຍໜຶ່ງຢ່າງເດັດຂາດ.

ທ່ານໂຈໂກ ວິໂດໂດ ກ່າວຕື່ມວ່າ: ຖ້າວ່າສາມາດຮັກສາສັນຕິພາບ ແລະ ສະຖຽນລະພາບຂອງພາກພື້ນ, ອາຊຽນຈະສາມາດກາຍເປັນສູນກາງການເຕີບໂຕຂອງພາກພື້ນ.