ສະຫະພາບເອີຣົບປະກາດປະຕິບັດມາດຕະການຈຳກັດລາຄາຜະລິດຕະພັນນ້ຳມັນເຊື້ອໄຟຂອງຣັດເຊຍຮອບໃໝ່

2023-02-05 13:32:22 cri


ວັນທີ 4 ກຸມພາ 2023, ສະຫະພາບເອີຣົບປະກາດວ່າ: ສະຫະພາບເອີຣົບຈະຮ່ວມກັບປະເທດອື່ນກຳນົດເພດານລາຄາໃໝ່ຕໍ່ຜະລິດຕະພັນນ້ຳມັນເຊື້ອໄຟຂອງຣັດເຊຍ ເລີ່ມແຕ່ວັນທີ 5 ກຸມພານີ້ເປັນຕົ້ນໄປ.

ເພດານລາຄາຂອງວັດຖຸເຊື້ອໄຟທີ່ແພງກວ່າ ເຊັ່ນ ນ້ຳມັນກາຊວນແມ່ນ 100 ໂດລາຕໍ່ບາເຣວ, ຂະນະທີ່ຜະລິດຕະພັນທີ່ມີຄຸນນະພາບອ່າວຕ່ຳ ເຊັ່ນ ນ້ຳມັນເຊື້ອໄຟທຳມະດາບໍ່ໃຫ້ແພງກວ່າ 45 ໂດລາຕໍ່ບາເຣວ.

ສະຫະພັນເພດານລາຄານ້ຳມັນແມ່ນປະກອບດ້ວຍສະຫະພາບເອີຣົບ, ອາເມຣິກາ, ການາດາ, ອັງກິດ, ຍີ່ປຸ່ນ ແລະ ອົສຕຣາລີ. ທ່ານນາງ ອູຊູລາ ວອນ ເດີ ເລເຢນ, ປະທານຄະນະກຳມາທິການສະຫະພາບເອີຣົບກ່າວວ່າ: ເປົ້າໝາຍຂອງສະຫະພາບເອີຣົບແມ່ນລົງໂທດຣັດເຊຍຮອບທີ 10 ໃນວັນທີ 24 ກຸມພານີ້.