ຍອດປະລິມານຂົນສົ່ງສິນຄ້າເຂົ້າອອກເມືອງຜ່ານເສັ້ນທາງລົດໄຟຈີນ-ລາວມີເຖິງ 2.500.000ກວ່າໂຕນ

2023-02-06 09:54:12 CRI


    ໃນເດືອນມັງກອນປີ 2023, ດ່ານພາສີຄຸນໝິງຈີນໄດ້ກວດກາ ແລະອະນຸຍາດການຂົນສົ່ງສິນຄ້າເຂົ້າອອກເມືອງຜ່ານເສັ້ນທາງລົດໄຟຈີນ-ລາວມີເຖິງ 316.000ໂຕນ, ເພີ່ມຂຶ້ນ 3,5 ເທົ່າເມື່ອທຽບໃສ່ໄລຍະດຽວກັນຂອງປີ 2022. ນັບແຕ່ ເປີດນຳໃຊ້ເສັ້ນທາງລົດໄຟຈີນ-ລາວມາຮອດວັນທີ 31 ມັງກອນ 2023, ຍອດປະລິມານຂົນສົ່ງສິນຄ້າເຂົ້າອອກເມືອງ ຜ່ານເສັ້ນທາງລົດໄຟຈີນ-ລາວມີເຖິງ 2.520.500 ໂຕນ.