ການຍື່ນມືເຂົ້າມາກ້າວກ່າຍຂອງອາເມຣິກາເປັນສິ່ງທີ່ບໍ່ເພີງປາດຖະໜາຂອງຊາວໂລກ

2023-02-06 17:01:00 cri

ຫວ່າງມໍ່ໆມານີ້, ທ່ານອັນໂຕນີ ບລິນເກັນ ລັດຖະມົນຕີກະຊວງການຕ່າງປະເທດອາເມຣິກາໄດ້ກ່າວໃນ “ກອງປະຊຸມສຸດຍອດເສລີພາບດ້ານສາສະໜາສາກົນ” ວ່າ: ເດືອນພະຈິກປີກາຍນີ້, ອາເມຣິກາໄດ້ຈັດ 10 ກວ່າປະເທດເຂົ້າໃນ “ບັນຊີລາຍຊື່ປະເທດທີ່ສົນໃຈນຳເປັນພິເສດ” ດ້ວຍຂໍ້ຂ້າງທີ່ລ່ວງລະເມີດເສລີພາບດ້ານສາສະໜາຢ່າງໜັກໜ່ວງ, ໃນນັ້ນລວມທັງປະເທດຈີນທີ່ໄດ້ປະຕິບັດມາດຕະການ “ການດັບສູນເຊື້ອຊາດ” ຢ່າງຕໍ່ເນື່ອງຕໍ່ເຜົ່າອຸຍເກີທີ່ຖືຊາວມຸສຣິມເປັນຕົ້ນຕໍ.

ປັດຈຸບັນໃນທົ່ວປະເທດຈີນມີຜູ້ເຊື່ອຖືສາສະໜາຕ່າງໆປະມານ 200 ລ້ານຄົນ, ຢູ່ເຂດປົກຄອງຕົນເອງອຸຍເກີຊິນຈ່ຽງຂອງຈີນເທົ່ານັ້ນກໍມີສຸເຫຼົ່າຫຼາຍກວ່າ 2,4 ໝື່ນແຫ່ງ. ສັງຄົມຢູ່ເຂດປົກຄອງຕົນເອງຊິ່ນຈ່ຽງມີຄວາມໝັ້ນທ່ຽງ, ເສດຖະກິດໄດ້ຮັບການພັດທະນາເປັນຢ່າງດີ, ຊົນເຜົ່າຕ່າງໆສາມັກຄີກັນ, ສາສະໜາຕ່າງໆຢູ່ຮ່ວມກັນຢ່າງກົມກຽວ, ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການປັບປຸງໃຫ້ດີຂຶ້ນເລື້ອຍໆ. ອັນທີ່ເອີ້ນວ່າປະເທດຈີນປະຕິບັດມາດຕະການ “ດັບສູນເຊື້ອຊາດ” ພຽງເປັນຄຳຫຼອກລວງແຫ່ງສະຕະວັດທີ່ອາເມຣິກາເສດສັນປັ້ນແຕ່ງຂຶ້ນ, ເພື່ອສ້າງຂໍ້ອ້າງໃຫ້ແກ່ການສະກັດກັ້ນການພັດທະນາຂອງຈີນເທົ່ານັ້ນ.

ໃນຫຼາຍປີມານີ້, ບໍ່ພຽງແຕ່ກ່ຽວກັບບັນຫາເຂດຊິນຈ່ຽງຂອງຈີນເທົ່ານັ້ນ, ອາເມຣິກາຍັງໄດ້ “ຍື່ນມືເຂົ້າມາກ້າວກ່າຍ” ຢູ່ເລື້ອຍໆໃນພາກພື້ນອື່ນ ແລະ ຂົງເຂດຕ່າງໆຂອງໂລກ, ເພື່ອຍຶດເອົາຜົນປະໂຫຍດດ້ານການເມືອງພູມີພາກ ແລະ ເສດຖະກິດ, ຄອງຖານະເປັນເຈົ້າໂລກຂອງຕົນ, ການກະທຳເຫຼົ່ານີ້ບໍ່ພຽງແຕ່ໄດ້ລ່ວງລະເມີດສິດອະທິປະໄຕຂອງປະເທດອື່ນ, ແຊກແຊງວຽກງານພາຍໃນຂອງປະເທດອື່ນ, ແລະທຳລາຍຜົນປະໂຫຍດທີ່ຖືກຕ້ອງຕາມກົດໝາຍຂອງປະເທດອື່ນຢ່າງໜັກໜ່ວງເທົ່ານັ້ນ, ທັງໄດ້ທຳລາຍລັດທິຫຼາຍຝ່າຍທີ່ຖືອົງການສະຫະປະຊາຊາດເປັນໃຈກາງຢ່າງໜັກໜ່ວງຕື່ມອີກ.

ເລີ່ມແຕ່ປີ 1962, ອາເມຣິກາເລີ່ມປະຕິບັດມາດຕະການປິດລ້ອມຕໍ່ເສດຖະກິດ, ການຄ້າ ແລະ ການເງິນຂອງກູບາແລະສືບເນື່ອງຮອດປັດຈຸບັນ, ສົ່ງຜົນເຮັດໃຫ້ກູບາມີຄວາມເສຍຫາຍຫຼາຍກວ່າ 154,2 ຕື້ໂດລາສະຫະລັດ, ຖ້າວ່າໄລ່ຕາມປັດໄຈເງິນເຟີ້ຂອງເງິນໂດລາຕໍ່ລາຄາຄຳໃນຕະຫຼາດສາກົນ, ຄວາມເສຍຫາຍດັ່ງກ່າວຈະຫຼາຍກວ່າ 1391,1 ຕື້ໂດລາ.

ໃນຫຼາຍປີມານີ້, ອາເມຣິກາບໍ່ເອົາຫົວຊາຕໍ່ “ມາດຕາ 301” ຂອງຕົນຖືກອົງການແກ້ໄຂຄວາມຂັດແຍ້ງກັນຂອງອົງການການຄ້າໂລກຕັດສິນລະເມີດກົດໝາຍສາກົນ, ເລີ່ມກໍ່ການສຳຫຼວດຕາມ “ມາດຕາ 301” ແຕ່ຝ່າຍດຽວຕໍ່ຜະລິດຕະພັນທີ່ນຳເຂົ້າຈາກປະເທດຈີນ ແລະ ປະເທດອື່ນໆ, ໄດ້ຢຽບຢ່ຳນ້ຳໃຈ ແລະ ວັດຖຸປະສົງການຄ້າຫຼາຍຝ່າຍຢ່າງເປີດແປນ, ໄດ້ທຳລາຍພື້ນຖານການດຳເນີນງານຂອງລະບົບການຄ້າຫຼາຍຝ່າຍ.

ຕາມສະຖິຕິ, ນັບມາຮອດປີ 2021, ມາດຕະການລົງໂທດຂອງອາເມຣິກາທີ່ມີຜົນບັງຄັບໃຊ້ລວມທັງໝົດຫຼາຍກວ່າ 9,400 ກວ່າສະບັບ, ເຮັດໃຫ້ອາເມຣິກາແມ່ນກາຍເປັນປະເທດມະຫາອຳນາດດ້ານການລົງໂທດພຽງໜຶ່ງດຽວໃນໂລກ. ລັດຖະບານອາເມຣິກາຊຸດແລ້ວນີ້ໄດ້ປະຕິບັດມາດຕະການລົງໂທດຫຼາຍກວ່າ 3,900 ກວ່າສະບັບ, ເທົ່າກັບແຕ່ລະມື້ໄດ້ວາງມາດຕະການລົງໂທດ 3 ສະບັບ.

ໂລກປັດຈຸບັນໄດ້ເຕັມໄປດ້ວຍຄວາມບໍ່ໝັ້ນທ່ຽງ, ຕ້ອງການປະເທດຕ່າງໆໃນໂລກສາມັກຄີກັນ ແລະ ຮ່ວມກັນຮັບມືໂດຍດ່ວນ. ອາເມຣິກາຄວນປະຖິ້ມມາດຕະການລົງໂທດແຕ່ຝ່າຍດຽວທີ່ລະເມີດກົດໝາຍ ແລະ ມາດຕະການ “ຍື່ນມືເຂົ້າມາກ້າວກ່າຍ”, ປະຕິບັດຕາມພັນທະທີ່ເປັນປະເທດໃຫຍ່ຢ່າງແທ້ຈິງ, ຮ່ວມກັນກັບປະເທດຕ່າງໆໃນໂລກປົກປັກຮັກສາສັນຕິພາບ ແລະ ຄວາມເປັນທຳສາກົນ, ຊຸກຍູ້ການພັດທະນາໂດຍສັນຕິຂອງໂລກ.