ສະພາບການທີ່ເສດຖະກິດທົ່ວໂລກຊຸດໂຊມລົງໃນເດືອນມັງກອນໄດ້ຜ່ອນຄາຍລົງແລ້ວ

2023-02-06 17:39:42 cri


   ວັນທີ 6 ກຸມພານີ້, ສະຫະພັນການຈໍລະຈອນແລະການຈັດຊື້ສິນຄ້າຈີນໄດ້ປະກາດຕົວເລກດັດຊະນີຜູ້ຈັດການຝ່າຍຈັດຊື້ຫຼື PMI ດ້ານອຸດສາຫະກຳການຜະລິດທົ່ວໂລກປະຈຳເດືອນມັງກອນ,ໂດຍຕົວເລກດັດຊະນີໄດ້ສິ້ນສຸດສະພາບການຫຼຸດລົງເປັນເວລາ 7 ເດືອນຕິດຕໍ່ກັນ,ມີສະພາບດີຂຶ້ນເມື່ອທຽບກັບເດືອນທັນວາປີກາຍ. ນັກວິຊາການກ່າວວ່າ: ອຸດສາຫະກຳການຜະລິດຂອງຈີນເລັ່ງລັດດີຂຶ້ນໄດ້ປະກອບເປັນກຳລັງຕົ້ນຕໍເຂົ້າໃນການຟື້ນຕົວຂອງເສດຖະກິດໂລກ.


   ສ່ວນຕົວເລກດັດຊະນີ PMI ດ້ານອຸດສາຫະກຳການຜະລິດຂອງໂລກປະຈຳເດືອນມັງກອນແມ່ນຢູ່ໃນລະດັບ 49,2%,ເພີ່ມຂຶ້ນ 0,6 ຈຸດເມື່ອທຽບກັບເດືອນທັນວາປີກາຍ,ໄດ້ສິ້ນສຸດທ່ວງທ່າທີ່ຫຼຸດລົງຢ່າງຕໍ່ເນື່ອງ, ໝາຍຄວາມວ່າ ທ່ວງທ່າທີ່ເສດຖະກິດໂລກຊຸດໂຊມລົງຢ່າງຕໍ່ເນື່ອງນັບແຕ່ 6 ເດືອນທ້າຍປີ 2022 ເປັນຕົ້ນມານັ້ນໄດ້ຜ່ອນຄາຍລົງແລ້ວ.


   ນັກວິຊາການກ່າວວ່າ ຕົວເລກດັດຊະນີ PMI ດ້ານອຸດສາຫະກຳການ ຜະລິດຂອງໂລກຍັງຕ່ຳກວ່າ 50%ຄືເກົ່າ, ສະແດງໃຫ້ເຫັນວ່າ ຍັງຕ້ອງເພີ່ມທະວີກຳລັງຍຸດຕິການຫຼຸດລົງແລະຮັກສາທ່ວງທ່າຂະຫຍາຍຕົວຢ່າງໝັ້ນທ່ຽງດ້ານເສດຖະກິດ. ຂະນະດຽວ ກັນກໍຕ້ອງເຫັນວ່າ: ຜົນກະທົບທີ່ບໍ່ແນ່ນອນຈາກການລະບາດຂອງພະຍາດໂຄວິດ-19 ຕໍ່ເສດຖະກິດໂລກຍັງຄົງມີຢູ່, ບັນຫາທີ່ຄວາມຕ້ອງການບໍ່ພຽງພໍຍັງແມ່ນບັນຫາທົ່ວໄປທີ່ບັນດາປະເທດຢູ່ໃນໂລກພວມປະເຊີນ. ບັນດາປະເທດຢູ່ໃນໂລກມີພຽງແຕ່ສະແຫວງຫາສິ່ງທີ່ຄືກັນແລະສະຫງວນສິ່ງທີ່ຕ່າງກັນ, ສືບຕໍ່ເພີ່ມທະວີການຮ່ວມມືດ້ານເສດຖະກິດການຄ້າ, ເພີ່ມທະວີກຳລັງຟື້ນຟູດ້ານເສດຖະກິດຢ່າງບໍ່ຢຸດຢັ້ງເທົ່ານັ້ນ, ເສດຖະກິດໂລກຈຶ່ງມີຄວາມຫວັງຈະກັບຄືນສູ່ວົງໂຄຈອນການຟື້ນຟູຢ່າງໝັ້ນທ່ຽງ.