ອີຣານກ່າວຕອບໂຕ້ອາເມຣິກາ,ອັງກິດ,ຝຣັ່ງແລະເຢຍລະມັນທີ່ກ່າວຫາວ່າອີຣານລາຍງານຂໍ້ມູນຂ່າວສານດ້ານນີວເຄລຍບໍ່ເຕັມທີ່

2023-02-06 17:06:54 cri


ວັນທີ 5 ກຸມພານີ້, ທ່ານນັດເຊີ ຄານາອານີ ໂຄສົກກະຊວງການຕ່າງປະເທດອີຣານໄດ້ອອກຖະແຫຼງການເພື່ອຕອບໂຕ້ຖະແຫຼງການຮ່ວມທີ່ແນໃສ່ການເຄື່ອນໄຫວດ້ານນີວເຄລຍຢູ່ສິ່ງກໍ່ສ້າງນີວເຄລຍຝອດໂດຂອງອີຣານທີ່ອາເມຣິກາ,ອັງກິດ,ຝຣ່ັງແລະເຢຍລະມັນປະກາດຫວ່າງກ່ອນນີ້ໂດຍໄດ້ກ່າວຕອບໂຕ້ຂໍ້ກ່າວຫາຂອງ 4 ປະເທດດ່ັງກ່າວທີ່ວ່າອີຣານລາຍງານຂໍ້ມູນຂ່າວສານດ້ານນີວເຄລຍທີ່ກ່ຽວຂ້ອງນັ້ນບໍ່ເຕັມທີ່.


ເນື້ອໃນຖະແຫຼງການຂອງທ່ານຄານາອານີລະບຸວ່າ: ວັນທີ 17 ພະຈິກປີ 2022, ອີຣານໄດ້ລາຍງານເລື່ອງກ່ຽວກັບອີຣານຜະລິດຢູເລນຽມທີ່ມີຄວາມເຂັ້ມຂຸ້ນ 60% ຢູ່ສິ່ງກໍ່ສ້າງນີວເຄລຍຝອດໂດນັ້ນໃຫ້ແກ່ອົງການພະລັງງານປະລະມານູສາກົນແລ້ວ, ຮູບແບບທັງໝົດຂອງການເຄື່ອນໄຫວກັ່ນເອົາຢູເລນຽມຂຸ້ນລ້ວນແຕ່ໄດ້ໃຫ້ຄຳຊີ້ແຈງແລ້ວ.ໃນການກວດກາຂອງອົງການພະລັງງານປະລະມານູສາກົນຕໍ່ສິ່ງກໍ່ສ້າງນີວເຄລຍຝອດໂດເມື່ອເດືອນມັງກອນປີນີ້, ອີຣານບໍ່ໄດ້ດຳເນີນການເຄື່ອນໄຫວທີ່ຂັດແຍ້ງກັບຂໍ້ມູນຂ່າວສານທີ່ລາຍງານເມື່ອວັນທີ 17 ພະຈິກປີ 2022, ຈຶ່ງບໍ່ຕ້ອງລາຍງານອີກ.


ວັນທີ 3 ກຸມພານີ້, ອາເມຣິກາ,ອັງກິດ,ຝຣ່ັງແລະເຢຍລະມັນໄດ້ອອກ ຖະແຫຼງການຮ່ວມ, ຕິຕຽນວ່າ ບົດລາຍງານດ້ານນີວເຄລຍຂອງອີຣານທີ່ມີຕໍ່ອົງການພະລັງງານປະລະມານູສາກົນນັ້ນບໍ່ເຕັມທີ່, ໄດ້ລະເມີດພັນທະທີ່ກຳນົດໄວ້ໃນສັນຍາທີ່ກ່ຽວຂ້ອງຂອງສົນທິສັນຍາບໍ່ແພ່ຜາຍອາວຸດນີວເຄລຍ.