ກະຊວງວັດທະນະທຳ ແລະ ທ່ອງທ່ຽວຈີນທົດລອງຟື້ນຟູການທ່ອງທ່ຽວຕ່າງປະເທດແບບເປັນກຸ່ມຂອງພົນລະເມືອງຈີນ

2023-02-06 16:06:59 CRI


ນັບແຕ່ວັນທີ 6 ກຸມພານີ້ເປັນຕົ້ນໄປ, ຈີນໄດ້ທົດລອງຟື້ນຟູ ບໍລິສັດທ່ອງທ່ຽວ ແລະ ບໍລິສັດທ່ອງທ່ຽວອອນລາຍຂອງທົ່ວປະເທດດຳເນີນທຸລະກິດບໍລິການພົນລະເມືອງຈີນໄປທ່ຽວຕ່າງປະເທດແບບເປັນກຸ່ມ, ພ້ອມດ້ວຍການບໍລິການດ້ານ “ປີ້ຍົນ + ໂຮງແຮມ”. ນັບແຕ່ມື້ນັ້ນເປັນຕົ້ນໄປ, ບໍລິສັດທ່ອງທ່ຽວ ແລະ ບໍລິສັດທ່ອງທ່ຽວອອນລາຍສາມາດດຳເນີນວຽກງານກະກຽມຕ່າງໆ, ເຊັ່ນ: ປະກາດແລະ ໂຄສະນາເຜີຍແພ່ຜະລິດຕະພັນການບໍລິການເປັນຕົ້ນ. ການທົດລອງຄັ້ງນີ້ແມ່ນພົວພັນເຖິງ 20 ປະເທດ ເຊັ່ນ:ລາວ ໄທ, ອິນໂດເນເຊຍ, ກຳປູເຈຍ ແລະອື່ນໆ.





ກະຊວງວັດທະນະທຳ ແລະ ທ່ອງທ່ຽວຈີນຮຽກຮ້ອງໃຫ້ແຫ່ງຕ່າງໆຕ້ອງຮັບຮູ້ຄວາມໝາຍອັນສຳຄັນຂອງການທົດລອງຟື້ນຟູການບໍລິການທ່ອງທ່ຽວຄັ້ງນີ້ທີ່ມີຕໍ່ການຊຸກຍູ້ການຟື້ນຟູ ແລະ ການພັດທະນາຂະແໜງການທ່ອທ່ຽວຢ່າງເຕັມທີ່.