ຈັດງານພົບປະສັງສັນໃນຍາມບຸນກຸດຈີນສຳລັບນັກທຸລະກິດໄຕ້ຫວັນຈີນປີ 2023 ຢູ່ນະຄອນຫຼວງປັກກິ່ງ

2023-02-06 18:05:54 cri


   ວັນທີ 5 ກຸມພານີ້, ງານພົບປະສັງສັນໃນຍາມບຸນກຸດຈີນສຳລັບນັກທຸລະກິດໄຕ້ຫວັນຈີນປີ 2023 ໄດ້ຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງ, ມີຜູ້ຕາງໜ້ານັກທຸລະກິດໄຕ້ຫວັນ 50 ກວ່າທ່ານເຂົ້າຮ່ວມງານ, ທັງໄດ້ແລກປ່ຽນຄວາມຮູ້ສຶກໃນການເຮັດວຽກແລະດຳລົງຊີວິດຢູ່ແຜ່ນດິນໃຫຍ່ຈີນ, ຮ່ວມກັນສະຫຼອງບຸນກຸດຈີນ,ຮ່ວມກັນເປິກສາຫາລືເລື່ອງການພັດທະນາ.


   ທ່ານຊົ້ງທ່າວ ຫົວໜ້າຫ້ອງການວຽກງານໄຕ້ຫວັນຂອງສູນກາງພັກຄອມມູນິດຈີນ ທັງເປັນຫົວໜ້າຫ້ອງການວຽກງານໄຕ້ຫວັນຂອງຄະນະລັດຖະບານຈີນໄດ້ກ່າວໃນງານພົບປະສັງສັນວ່າ: ມີແຕ່ຊ່ອງແຄບໄຕ້ຫວັນມີສັນຕິພາບແລະສະຖຽນລະພາບ, ການແລກປ່ຽນແລະການຮ່ວມມືລະຫວ່າງສອງຝັ່ງຊ່ອງແຄບໄຕ້ຫວັນຈຶ່ງມີສະພາບແວດລ້ອມທີ່ດີ. ເຈົ້າໜ້າທີ່ພັກໝິນຈິ້ນຕັງເລັ່ງລັດການສົມຮູ້ຮ່ວມຄິດກັບອິດທິກຳລັງພາຍນອກຈຳນວນໜຶ່ງ,ທ້າທາຍເກາະຜິດແລະສ້າງຄວາມເຄັ່ງຕຶງຂຶ້ນເລື້ອຍໆ, ມີແຕ່ຈະເຮັດໃຫ້ສະຖານະການຢູ່ຊ່ອງແຄບໄຕ້ຫວັນເຄັ່ງຕຶງຂຶ້ນ, ທັງທຳລາຍຜົນປະໂຫຍດແລະຄວາມສຸກຂອງພີ່ນ້ອງຮ່ວມຊາດໄຕ້ຫວັນຈຳນວນມະຫາສານຢ່າງຮ້າຍແຮງເທົ່ານັ້ນ. ຫວັງວ່າ ນັກທຸລະກິດໄຕ້ຫວັນຈຳນວນຫຼວງຫຼາຍຈະຢືນຢູ່ທາງຂ້າງປະຫວັດສາດທີ່ຖືກຕ້ອງຢ່າງເດັດດ່ຽວໜຽວແໜ້ນ, ຍາດແຍ່ງເປັນຜູ້ສະໜັບສະໜູນແລະຜູ້ກະທຳຕົວຈິງເພື່ອສັນຕິພາບ ສະຖຽນລະພາບຂອງສອງຝັ່ງຊ່ອງແຄບໄຕ້ຫວັນ ແລະ ການໂຮມເຂົ້າເປັນເອກະພາບໂດຍສັນຕິ ຂອງປະເທດຊາດ.



   ໃນງານພົບປະສັງສັນຄັ້ງນີ້, ບັນດາຜູ້ຕາງໜ້ານັກທຸລະກິດໄຕ້ຫວັນຍັງໄດ້ ສະແດງຄວາມປາຖະໜາຮ່ວມທີ່ສຸມໃສ່ຊຸກຍູ້ການແລກປ່ຽນແລະການຮ່ວມມືດ້ານເສດຖະກິດລະຫວ່າງສອງຝັ່ງແລະຊຸກຍູ້ການພົົວພັນລະຫວ່າງສອງຝັ່ງໃຫ້ມີການພັດທະນາໂດຍສັນຕິ。