ປີນີ້ຈີນຈະຊຸກຍູ້ໂຄງການສຳຫຼວດດວງຈັນໄລຍະ 4 ຢ່າງຮອບດ້ານ

2023-02-06 11:14:43 CRI

 

   ໃນຖານະເປັນດາວນົບພະເຄາະທີ່ໃກ້ກັບໜ່ວຍໂລກກວ່າໝູ່, ດວງຈັນເປັນສະຖານີທໍາອິດແຫ່ງການໄຂຍຸກຈັກກະວານຂອງມວນມະນຸດ.



   ປີນີ້, ຈີນຈະຊຸກຍູ້ໂຄງການສໍາຫຼວດດວງຈັນໄລຍະ 4 ຢ່າງຮອບດ້ານ, ໂດຍໄດ້ວາງເປົ້າໝາຍຕ່າງໆລວມມີຍານສໍາຫຼວດດວງຈັນ ສາງເອີ 6, ສາງເອີ 7 ແລະສາງເອີ 8. ທ່ານ ອູເຫວີ້ຍເຣີນ ຫົວໜ້ານັກອອກແບບໂຄງການສໍາຫຼວດດວງຈັນຈີນໃຫ້ຮູ້ວ່າ: ຍານສໍາຫຼວດດວງຈັນ ສາງເອີ 6 ຈະເກັບຕົວຢ່າງຢູ່ດ້ານຫຼັງຂອງດວງຈັນໃຫ້ຫຼາຍກວ່າເກົ່າ ໂດຍຈະພະຍາຍາມບັນລຸເປົ້າໝາຍເກັບຕົວຢ່າງໃຫ້ໄດ້ 2 ກິໂລ. ຍານສໍາຫຼວດດວງຈັນ ສາງເອີ 7 ກຽມຈະລົງຈອດຢູ່ຂົ້ວດວງຈັນໃຕ້, ເຊິ່ງມີເປົ້າໝາຍຫຼັກຄືດໍາເນີນການສໍາຫຼວດແບບກ້າວກະໂດດ ໂດຍຈະພະຍາຍາມຊອກໃຫ້ເຫັນນໍ້າ. ສ່ວນຍານສໍາຫຼວດດວງຈັນ ສາງເອີ 8 ກຽມຈະສົ່ງຂຶ້ນສູ່ດວງຈັນໃນກ່ອນຫຼືຫຼັງຈາກປີ 2028, ຈາກນັ້ນຍານສໍາຫຼວດດວງຈັນ ສາງເອີ 7 ແລະສາງເອີ 8 ຈະປະກອບສ່ວນເປັນໂຄງປະກອບພື້ນຖານຂອງສະຖານີຄົ້ນຄວ້າວິທະຍາສາດຂົ້ວດວງຈັນໃຕ້, ເຊິ່ງປະກອບມີຍານວົງໂຄຈອນຂອງດວງຈັນ, ຍານລົງຈອດ, ຍານສໍາຫຼວດດວງຈັນ, ຍານກ້າວກະໂດດ, ແລະອຸປະກອນສໍາຫຼວດທາງດ້ານວິທະຍາສາດອື່ນໆ.