ຈີນປັບປ່ຽນນະໂຍບາຍປ້ອງກັນພະຍາດໂຄວິດ-19 ມີຄວາມໝາຍສຳຄັນຕໍ່ຄວາມໝັ້ນທ່ຽງຂອງເສດຖະກິດໂລກ

2023-02-07 16:11:08 cri

ປັດຈຸບັນ, ຈີນໄດ້ກ້າວເຂົ້າສູ່ເບື້ອງຕົ້ນລະດູບານໃໝ່ແລ້ວ ພາຍຫຼັງປັບປ່ຽນນະໂຍບາຍປ້ອງກັນ ແລະຄວບຄຸມການແພ່ລະບາດຂອງພະຍາດໂຄວິດ-19. ໃນໄລຍະພັກບຸນກຸດຈີນປີນີ້, ການຂົນສົ່ງຜູ້ໂດຍສານຜ່ານທາງລົດໄຟ, ທາງຫຼວງ, ທາງນ້ຳ ແລະການບິນພົນລະເຮືອນຢູ່ຈີນລວມທັງໝົດມີເຖິງ 226.000.000 ເທື່ອຄົນ ເຊິ່ງໄດ້ເພີ່ມຂຶ້ນ 71,2% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2022; ລາຍໄດ້ຈາກການທ່ອງທ່ຽວພາຍໃນປະເທດຈີນບັນລຸເຖິງ 375.843.000.000 ຢວນ ເຊິ່ງໄດ້ເພີ່ມຂຶ້ນ 30% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ; ຈຳນວນຜູ້ເຂົ້າ-ອອກເມືອງສະເລ່ຍຕໍ່ມື້ມີເຖິງ 410.000 ເທື່ອຄົນ ເຊິ່ງໄດ້ເພີ່ມຂຶ້ນ 120,5% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ, ມູນຄ່າຂາຍປີ້ເຂົ້າຊົມຮູບເງົາບັນລຸເຖິງ 6.758.000.000 ຢວນ ເຊິ່ງເປັນມູນຄ່າສູງອັນດັບ 2 ໃນປະຫວັດສາດການຂາຍປີ້ເຂົ້າຊົມຮູບເງົາໃນໄລຍະບຸນກຸດຈີນ. ຕົວເລກສະຖິຕິທີ່ດີເດັ່ນ ແລະການບໍລິໂພກທີ່ອຶກກະທຶກຄຶກຄື້ນ ຕ່າງກໍໄດ້ສະແດງໃຫ້ເຫັນເຖິງຄວາມຊີວິດຊີວາຂອງປະເທດຈີນ.

ປັດຈຸບັນ, ໂລກກຳລັງປະເຊີນໜ້າກັບການປ່ຽນແປງໃຫຍ່ໃນຮອບຮ້ອຍປີຜ່ານມາ ແລະບວກກັບການແພ່ລະບາດຂອງພະຍາດໂຄວິດ-19 ທີ່ເປັນການແພ່ລະບາດຄັ້ງໃຫຍ່ໃນສະຕະວັດນີ້, ນອກນີ້, ການຟື້ນຕົວຄືນຂອງເສດຖະກິດໂລກຂາດກຳລັງແຮງ, ລະດັບເງິນເຟີ້ຢູ່ອາເມຣິກາ ແລະເອີຣົບໄດ້ສ້າງສະຖິຕິສູງສຸດໃນຮອບ 40 ກວ່າປີຜ່ານມາ. ແຕ່ພາຍໃຕ້ເບື້ອງຫຼັງດັ່ງກ່າວ, ຈີນໄດ້ກາຍເປັນກຸ່ມເສດຖະກິດຕົ້ນຕໍພຽງໜຶ່ງດຽວໃນໂລກທີ່ໄດ້ບັນລຸການເຕີບໂຕໃນປີ 2020 ແລະໄດ້ກວມເອົາປະລິມານເສດຖະກິດໂລກຫຼາຍກວ່າ 18% ໃນປີ 2021. ນອກນີ້, ໃນ 3 ປີມໍ່ໆມານີ້, ການເຕີບໂຕຂອງເສດຖະກິດຈີນສະເລ່ຍຕໍ່ປີບັນລຸເຖິງ 4,5% ເຊິ່ງສູງກວ່າລະດັບສະເລ່ຍຂອງໂລກປະມານ 2% ເປັນຢ່າງຫຼາຍ. ຕາມຂໍ້ມູນຫຼ້າສຸດຈາກອົງການສະຖິຕິແຫ່ງຊາດຈີນສະແດງໃຫ້ເຫັນວ່າ: ໃນເດືອນມັງກອນປີ 2023, ດັດຊະນີ PMI ຂອງຈີນໄດ້ຟື້ນຕົວຄືນ 3,1% ໂດຍໄດ້ບັນລຸເຖິງ 50,1%, ຄວາມຈະເລີນຮຸ່ງເຮືອງຂອງເສດຖະກິດຈີນຟື້ນຟູຄືນໃໝ່ຢ່າງຈະແຈ້ງ ເຊິ່ງໄດ້ສົ່ງສັນຍານຕັ້ງໜ້າກ່ຽວກັບເສດຖະກິດຈີນໃນປີ 2023 ທີ່ຫາກໍມາເຖິງ.

ນັກວິເຄາະສາກົນເຫັນວ່າ: ຍ້ອນໄດ້ຮັບຜົນປະໂຫຍດຈາກສະພາບພື້ນຖານທີ່ດີ ແລະນະໂຍບາຍມະຫາພາກທີ່ມີປະສິດທິຜົນ, ເສດຖະກິດຈີນຈະຟື້ນຕົວຄືນຢ່າງວ່ອງໄວກວ່າເກົ່າພາຍຫຼັງປັບປ່ຽນນະໂຍບາຍປ້ອງກັນການແພ່ລະບາດຂອງພະຍາດໂຄວິດ-19 ແລະຈະນຳເອົາຄວາມຫວັງທີ່ໃຫຍ່ກວ່າເກົ່າມາໃຫ້ກັບການຮັບມືກັບໄພເງິນເຟີ້, ການສົ່ງເສີມການຄ້າ ແລະການຮັກສາຄວາມໝັ້ນທ່ຽງຂອງຕ່ອງໂສ້ການສະໜອງໃນໂລກ. ອີງຕາມບົດລາຍງານສະຖານະການ ແລະການເລັງເຫັນເສດຖະກິດໂລກປີ 2023 ຂອງອົງການສະຫະປະຊາຊາດຄາດຄະເນວ່າ: ໃນປີ 2023 ນີ້, ການເຕີບໂຕຂອງເສດຖະກິດຈີນຈະບັນລຸເຖິງ 4,8%, ພ້ອມກັນນັ້ນ, ການຟື້ນຕົວຄືນຂອງເສດຖະກິດຈີນຈະສະໜັບສະໜູນການເຕີບໂຕຂອງເສດຖະກິດພາກພື້ນອາຊີ. ທ່ານພິເອຣີ ໂອລິເວຍ ກຸຣິນຊາ ຫົວໜ້ານັກເສດຖະສາດຂອງອົງການກອງທຶນເງິນຕາສາກົນ ຫຼື IMF ເຫັນວ່າ: ໃນປີ 2023 ນີ້, ອັດຕາການປະກອບສ່ວນຂອງຈີນທີ່ມີຕໍ່ເສດຖະກິດທົ່ວໂລກຈະສູງກວ່າອາເມຣິກາ ແລະສະຫະພາບເອີຣົບຢ່າງຫຼວງຫຼາຍ. ໜັງສືພິມ City A.M. ຂອງອັງກິດລາຍງານໂດຍອ້າງອີງທັດສະນະຂອງອົງການຄາດຄະເນວ່າ: ເນື່ອງຈາກວ່າຈີນປັບປ່ຽນນະໂຍບາຍປ້ອງກັນການແພ່ລະບາດຂອງພະຍາດໂຄວິດ-19, ເສດຖະກີດໂລກໃນປີນີ້ຈຶ່ງຈະສາມາດຫຼີກອອກຈາກສະພາບການຊຸດໂຊມລົງ.

ພ້ອມກັນນັ້ນ, ນັກທ່ອງທ່ຽວຈີນໄປທ່ຽວຕ່າງປະເທດນັບມື້ນັບຫຼາຍຂຶ້ນ, ກໍຈະສ້າງພະລັງຊີວິດໃໝ່ໃຫ້ກັບຂະແໜງການທ່ອງທ່ຽວທົ່ວໂລກ. ຮອງນາຍົກໄທ, ລັດຖະມົນຕີກະຊວງການທ່ອງທ່ຽວຟິລິບປິນ ແລະເຈົ້າໜ້າທີ່ຂັ້ນສູງຂອງປະເທດຕ່າງໆໄດ້ໄປຕ້ອນຮັບນັກທ່ອງທ່ຽວຈີນຢູ່ສະໜາມບິນ, ມານດິຟຈັດພິທີພິເສດຕ້ອນຮັບຖ້ຽວບິນຈາກຈີນ…ຕະຫຼາດສາກົນທີ່ມີຄວາມສະຫຼາດຄ່ອງແຄ້ວ ຍິ່ງເກັບກຳໂອກາດຈາກຈີນໄດ້ຢ່າງວ່ອງໄວ. ສຳນັກຂ່າວ Globenewswire ຂອງອາເມຣິກາລາຍງານວ່າ: ໃນປີ 2023, ຍ້ອນວ່າຜູ້ບໍລິໂພກມີຄວາມໝັ້ນໃຈຕໍ່ຂະແໜງການທ່ອງທ່ຽວເພີ່ມຂຶ້ນ ແລະນັກທ່ອງທ່ຽວຈີນມີຄວາມຕ້ອງໄປທ່ຽວຕ່າງປະເທດເພີ່ມຂຶ້ນ, ຂະະແໜງການທ່ອງທ່ຽວໂລກຈະພັດທະນາຢ່າງແຂງແຮງ ແລະຕໍ່ເນື່ອງ.

ຈີນປັບປ່ຽນນະໂຍບາຍປ້ອງກັນການແພ່ລະບາດຂອງພະຍາດໂຄວິດ-19 ໄດ້ເພີ່ມການຄາດຄະເນການຟື້ນຕົວຄືນຂອງເສດຖະກິດໂລກ ແລະຈະສືບຕໍ່ອຳນວຍການຄ້ຳປະກັນທີ່ສຳຄັນຕໍ່ການດຳເນີນງານຢ່າງປົກກະຕິຂອງຕ່ອງໂສ້ອຸດສາຫະກຳ ແລະຕ່ອງໂສ້ການສະໜອງຂອງທົ່ວໂລກ ເຊິ່ງມີຄວາມໝາຍສຳຄັນຕໍ່ຄວາມໝັ້ນທ່ຽງຂອງເສດຖະກິດໂລກ. ຈີນໄດ້ສົ່ງສັນຍານທີ່ແຂງແຮງຕໍ່ໂລກຄື: ຈີນໄດ້ກຽມພ້ອມທຸກປະການເພື່ອຟື້ນຟູຄວາມເປັນປົກກະຕິຄືນໃໝ່!