ການຮ່ວມມືລະຫວ່າງປະເທດອົງການບຣິກສປາກົດມີທ່ວງທ່າທີ່ພັດທະນາຢ່າງໜັກແໜ້ນ ແລະ ຟົດຟື້ນ

2023-02-07 10:07:10 CRI

ວັນທີ 6 ກຸມພາ 2023, ທ່ານນາງເໝົາໜິງ ໂຄສົກກະຊວງການຕ່າງປະເທດຈີນໄດ້ເປັນປະທານຈັດກອງປະຊຸມຖະແຫຼງຂ່າວ. ມີນັກຂ່າວຖາມກ່ຽວກັບການຮ່ວມມືຂອງປະເທດບຣາຊິນ, ຣັດເຊຍ, ອິນເດຍ, ຈີນ ແລະ ອາຟຣິກາໃຕ້ ຫຼື BRICS.


ທ່ານນາງເໝົາໜິງກ່າວວ່າ, ການຮ່ວມມືຂອງປະເທດອົງການບຣິກສແມ່ນກຳເນີດເກີດຂຶ້ນຕາມກະແສຟອງຂອງຍຸກສະໄໝທີ່ສະພາບການສາກົນເກີດມີການປ່ຽນແປງອັນໃຫຍ່ຫຼວງ, ໂດຍຜ່ານການບາກບັ່ນສູ້ຊົນຢ່າງຕໍ່ເນື່ອງ ແລະ ສຸມຄວາມພະຍາຍາມຢ່າງດຸໝັ່ນມາເປັນເວລາ 10 ກວ່າປີ, ການຮ່ວມມືຂອງປະເທດອົງການບຣິກສປາກົດມີທ່ວງທ່າທີ່ມີພື້ນຖານອັນໜັກແໜ້ນ ແລະ ພັດທະນາຢ່າງຟົດຟື້ນ, ກາຍເປັນກຳລັງແຮງອັນສຳຄັນໃນວຽກງານສາກົນ.


ທ່ານນາງເໝົາໜິງກ່າວຕື່ມວ່າ, ໃນຊຸມປີມໍ່ໆມານີ້,  ປະເທດອົງການບຣິກສໄດ້ດຳເນີນການແລກປ່ຽນ ແລະ ການຮ່ວມມືຢ່າງຕັ້ງໜ້າໃນຂົງເຂດ ເສດຖະກິດການເງິນ ແລະ ເງິນຕາ, ໄດ້ຮັບຄວາມຄືບໜ້າຢ່າງຕັ້ງໜ້າ, ເຊິ່ງມີຄວາມໝາຍອັນສຳຄັນຕໍ່ການອຳນວຍຄວາມສະດວກໃຫ້ແກ່ການຄ້າລະຫວ່າງ ປະເທດອົງການບຣິກສ, ແລະຮ່ວມກັນຊຸກຍູ້ການຟື້ນຟູເສດຖະກິດ.