ກຳລັງຊ່ວຍເຫຼືອສັງຄົມກອງທຳອິດຂອງຈີນເດີນທາງໄປຕູຣາເຄຍເພື່ອຊ່ວຍເຫຼືອການກູ້ໄພ

2023-02-07 14:49:18 CRI

ຕາມຂ່າວCRI: ໜ່ວຍກູ້ໄພໂກ່ງຢາງເຊິ່ງເປັນກຳລັງຊ່ວຍເຫຼືອສັງຄົມກອງທຳອິດຂອງຈີນຈະສົ່ງໜ່ວຍງານຊ່ວຍເຫຼືອການຊອກຄົ້ນໃນຕົວເມືອງສາກົນກອງທຳອິດອອກເດີນທາງຈາກນະຄອນຫາງໂຈ່ວໄປເຂດປະສົບໄພທີ່ມີຄວາມເສຍຫາຍຮຸນແຮງທີ່ສຸດຈາກເຫດການແຜ່ນດິນໄຫວທີ່ເກີດຂຶ້ນຢູ່ຕູຣາເຄຍໃນຕອນເຊົ້າວັນທີ 7 ກຸມພານີ້. ຄາດວ່າຈະເດີນທາງໄປຮອດໄວທີ່ສຸດໃນວັນທີ 8 ກຸມພານີ້. ກຳລັງທີ່ເດີນທາງໄປກ່ອນປະກອບດ້ວຍຜູ້ຊ່ຽວຊານການກູ້ໄພແຜ່ນດິນໄຫວທີ່ມີປະສົບການຫຼາຍດ້ານການຊ່ວຍເຫຼືອສາກົນ 8 ທ່ານ, ເຂົາເຈົ້າໄດ້ນຳເອົາອຸປະກອນຊອກຄົ້ນທີ່ມີລະບົບລາດາທີ່ທັນສະໄໝ, ອຸປະກອນທັບມ້າງແລະໝາຊ່ວຍເຫຼືອຊອກຄົ້ນໂຕໜຶ່ງ.

 

ນອກນີ້, ຊາວຈີນຕ່າງດ້າວແລະຊາວເຊື້ອສາຍຈີນຢູ່ຕູຣາເຄຍຍັງໄດ້ຈັດຕັ້ງການບໍລິຈາກເພື່ອບັນເທົາໄພພິບັດດ້ວຍຕົນເອງ, ປັດຈຸບັນນີ້ເຕັ້ນ, ຖົງນອນ, ຜ້າຫົ່ມແລະເຄື່ອງຊ່ວຍເຫຼືອງວດທຳອິດຈະຖືກສົ່ງໃຫ້ພາກສ່ວນທີ່ກ່ຽວຂ້ອງຂອງຕູຣາເຄຍໃນວັນທີ 7 ກຸມພານີ້.