ຄຽງຄູ່ກັບບຸນກຸດຈີນໄດ້ສິ້ນສຸດລົງ, ຂະແໜງການຕ່າງໆທົ່ວປະເທດຈີນໄດ້ເຂົ້າສູ່ບັນຍາກາດທີ່ຂຸ້ນຂ້ຽວເລັ່ງລັດວຽກງານ. ວິສາຫະກິດຕ່າງໆເຕັມໄປດ້ວຍຄວາມກະຕືລືລົ້ນ, ເລັ່ງການຜະລິດຕາມໃບສັ່ງຊື້ຂອງລູກຄ້າ, ໂຮງງານຕ່າງໆລ້ວນແຕ່ໄດ້ຕັ້ງໜ້າຜະລິດຜະລິດຕະພັນຕ່າງໆ. ຊາວກຳມະກອນກໍໄດ້ພາກັນບຸກບືນສູ້ຊົນ, ພະຍາຍາມມີການເລີ່ມຕົ້ນທີ່ດີງາມໃນປີໃໝ່.