ສວນໝາກໄມ້ຢູ່ເທິງພູສູງຊຸກຍູ້ການພັດທະນາຊົນນະບົດໃຫ້ຈະເລີນ

2023-02-07 16:48:17 CRI


ໃນໄລຍະຕົ້ນຂອງລະດູໃບໄມ້ປົ່ງ, ຢູ່ບ້ານຟູໂຕວເມືອງຢົງໄທ້ນະຄອນຟູໂຈ່ແຂວງຟູຈ້ຽນຈີນມີສວນໝາກໄມ້ຊີວະພາບເຂດພູສູງ ກວມເນື້ອທີ່ປະມານ 200 ເຮັກຕາໄດ້ເຂົ້າສູ່ໄລຍະເກັບກ່ຽວແລ້ວ, ຢູ່ຕາມພູດອຍແມ່ນເຕັມໄປດ້ວຍໝາກກ້ຽງ ແລະ ໝາກໄມ້ເຂດພູສູງອື່ນໆ, ຊາວກະສິກອນພວມເລັ່ງເກັບກ່ຽວໝາກໄມ້ເພື່ອປ້ອນຕະຫຼາດ.



ບ້ານຟູໂຕວມີຄວາມສູງກວ່າລະດັບໜ້ານ້ຳທະເລ 800 ແມັດ, ອ້ອມຮອບດ້ວຍພູດອຍ, ມີສິ່ງແວດລ້ອມທຳມະຊາດອັນສວຍງາມ, ໃນຊຸມປີມໍ່ໆມານີ້, ບ້ານແຫ່ງນີ້ໄດ້ນຳໃຊ້ທ່າແຮງເພື່ອພັດທະນາການປູກໝາກໄມ້ເຂດພູສູງ, ດຶງດູດຊາວບ້ານສ້າງທຸລະກິດຢູ່ກັບທີ່, ແລະຊຸກຍູ້ໃຫ້ຊາວບ້ານມີຜົນຜະລິດ ແລະ ລາຍຮັບເພີ່ມຂຶ້ນ.