ອົງການສະຫະປະຊາຊາດເຜີຍແຜ່ວຽກງານຈຸດສຸມ 6 ດ້ານໃຫຍ່ປະຈຳປີ 2023

2023-02-07 11:35:25 cri


   ໃນກອງປະຊຸມສະມັດຊາໃຫຍ່ອົງການສະຫະປະຊາຊາດຄັ້ງທີ 77 ທີ່ຈັດຂຶ້ນເມື່ອວັນທີ 6 ກຸມພານີ້, ທ່ານອັນໂຕນິໂອ ກູເຕີເຣັສ ເລຂາທິການໃຫຍ່ອົງການສະຫະ ປະຊາຊາດໄດ້ປະກາດວ່າ: ອົງການສະຫະປະຊາຊາດຈະກຳນົດເອົາ 6 ດ້ານໃຫຍ່ເປັນວຽກງານຈຸດສຸມປະຈຳປີ 2023, ພ້ອມທັງຮຽກຮ້ອງໃຫ້ປະລະການເຄື່ອນໄຫວທີ່ເຫັນແກ່ຜົນປະໂຫຍດໃນໄລຍະສັ້ນ.


   ວຽກງານຈຸດສຸມ 6 ດ້ານໃຫຍ່ດັ່ງກ່າວລວມມີ:ຮັບປະກັນສິດຊົມໃຊ້ສັນຕິພາບ,ຮັບປະກັນສິດເສດຖະກິດສັງຄົມແລະສິດການພັດທະນາ,ພະຍາຍາມສຳເລັດເປົ້າໝາຍການພັດທະນາແບບຍືນຍົງ, ເຄົາລົບຄວາມຫຼາກຫຼາຍ,ຄວາມສະເໝີພາບທາງເພດພ້ອມດ້ວຍການສ້າງສັງຄົມແບບກວມລວມ.


   ທ່ານກູເຕີເຣັສກ່າວຕື່ມວ່າ: ປີ 2023 ພວມປະເຊີນກັບສິ່ງທ້າທາຍຕ່າງໆທີ່ບໍ່ ເຄີຍມີມາກ່ອນ, ການປະທະກັນພວມສືບຕໍ່ດຳເນີນຢູ່, ວິກິດການດ້ານດິນຟ້າອາກາດພວມສືບຕໍ່ດຳເນີນຢູ່, ຊ່ອງຫວ່າງລະຫວ່າງຄວາມທຸກຍາກແລະຄວາມຮັ່ງມີພວມເປີດກວ້າງຢູ່, ຄວາມເຫັນທີ່ແຕກຕ່າງກັນອັນໃຫຍ່ຫຼວງທາງດ້ານພູມສາດການເມືອງພວມທຳລາຍຄວາມສາມັກຄີແລະຄວາມໄວ້ເນື້ອເຊື່ອໃຈຂອງໂລກ, ຕ້ອງດັດແກ້ເສັ້ນທາງໃຫ້ຖືກຕ້ອງເພື່ອເດີນອອກຈາກສະພາບຈົນຕາແຈ.