ຈີນຮຽກຮ້ອງໃຫ້ຝ່າຍທີ່ກ່ຽວຂ້ອງກັບວິກິດການອູແກຣນຢຸດຍິງໂດຍໄວ

2023-02-07 14:47:21 CRI

 

ຕາມຂ່າວCRI: ວັນທີ 6 ກຸມພານີ້, ທ່ານໄຕ້ປີ່ງ, ຮອງຜູ້ຕາງໜ້າຖາວອນຂອງຈີນປະຈຳອົງການສະຫະປະຊາຊາດກ່າວວ່າ: ຈີນຮຽກຮ້ອງອີກຄັ້ງໜຶ່ງໃຫ້ຝ່າຍຕ່າງໆທີ່ກ່ຽວຂ້ອງກັບວິກິດການອູແກຣນພິຈາລະນາເພື່ອປະຊາຊົນຢ່າງແທ້ຈິງ, ສຸມຄວາມພະຍາຍາມເຂົ້າໃນການຊຸກຍູ້ໃຫ້ມີສັນຕິພາບຢ່າງແທ້ຈິງ, ອອກແຮງຢ່າງສຸດຂີດເພື່ອໃຫ້ຝ່າຍທີ່ປະທະກັນຟື້ນຟູການເຈລະຈາສັນຕິພາບໂດຍໄວແລະບັນລຸການຢຸດຍິງໂດຍໄວ.

 

ທ່ານໄຕ້ປີ່ງກ່າວຕື່ມວ່າ: ໃນສະພາບທີ່ການປະທະກັນດ້ວຍກຳລັງອາວຸດດຳເນີນໄປຢ່າງຕໍ່ເນື່ອງ, ບັນຫາມະນຸດສະທຳຄວນຖືເປັນບຸລິມະສິດ. ຈີນກ່າວເນັ້ນມາໂດຍຕະຫຼອດວ່າ, ຝ່າຍທີ່ປະທະກັນຕ້ອງເຄົາລົບກົດໝາຍມະນຸດສະທຳສາກົນ, ຍຶດໝັ້ນຮັກສາເສັ້ນຕ້ອງຫ້າມດ້ານມະນຸດສະທຳທີ່ຕ້ອງເຄົາລົບຕໍ່ຊີວິດ, ຫຼີກເວັ້ນການໂຈມຕີປະຊາຊົນແລະສິ່ງກໍ່ສ້າງທາງພົນລະເຮືອນ, ຮັບປະກັນການດຳເນີນຢ່າງສະດວກແລະປອດໄພຂອງການເຄື່ອນຍ້າຍບຸກຄົນແລະການຊ່ວຍເຫຼືອດ້ານມະນຸດສະທຳ. ໃນບັນຫາທີ່ກ່ຽວຂ້ອງກັບຄວາມໝັ້ນຄົງດ້ານສະບຽງອາຫານ, ພະລັງງານແລະການເງິນທົ່ວໂລກ, ຝ່າຍຕ່າງໆທີ່ກ່ຽວຂ້ອງຄວນສະແດງເຖິງໜ້າທີ່ມະນຸດສະທຳ, ເພື່ອຄວບຄຸມຜົນກະທົບທີ່ເກີດຈາກວິກິດການດ້ວຍຮູບການທີ່ມີຄວາມຮັບຜິດຊອບ.

 

ທ່ານໄຕ້ປີ່ງກ່າວເນັ້ນໜັກຕື່ມວ່າ: ກ່ຽວກັບບັນຫາອູແກຣນ, ຈີນເລືອກຢືນຢູ່ຝ່າຍທີ່ມີສັນຕິພາບ, ຝ່າຍທີ່ມີການສົນທະນາແລະຝ່າຍມະນຸດສະທຳຢ່າງສະເໝີຕົ້ນສະເໝີປາຍ. ຈີນຍິນດີພະຍາຍາມຮ່ວມກັນກັບປະຊາຄົມໂລກ, ສະໜັບສະໜູນຕໍ່ຄວາມພະຍາຍາມທັງໝົດທີ່ມີການຊ່ວຍປະກອບສ່ວນເຂົ້າໃນການແກ້ໄຂວິກິດການອູແກຣນຢ່າງສັນຕິ, ຊ່ວຍເຫຼືອປະຊາຊົນທັງໝົດທີ່ມີຄວາມເດືອດຮ້ອນຍ້ອນສົງຄາມໃຫ້ມີສັນຕິພາບໂດຍໄວ.

 

ຄໍ​ລຳ
  • ​​ຮູບພາບ
  • ​ວີ​ດີ​ໂອ