ທ່ານສີຈິ້ນຜິງສົ່ງສານສະແດງຄວາມເຫັນໃຈໄປຍັງປະທານາທິບໍດີຕູຣາເຄຍແລະປະທານາທິບໍດີຊີຣີກ່ຽວກັບເລື່ອງທີ່ສອງປະເທດດັ່ງກ່າວເກີດແຜ່ນດິນໄຫວຮຸນແຮງ

2023-02-07 11:51:24 cri

ວັນທີ 6 ກຸມພານີ້, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ສົ່ງສານສະແດງຄວາມເຫັນໃຈໄປຍັງທ່ານເຣເຊັບ ໄຕຢິບ ເອີໂດກັນ ປະທານາທິບໍດີຕູຣາເຄຍ, ທ່ານບາຊາ ອັນ ອາຊັດ ປະທານາທິບໍດີຊີຣີກ່ຽວກັບເລື່ອງທີ່ຕູຣາເຄຍແລະຊີຣີເກີດແຜ່ນດິນໄຫວຮຸນແຮງ.


ເນື້ອໃນສານຂອງທ່ານສີຈິ້ນຜິງລະບຸວ່າ: ຂ້າພະເຈົ້າຮູ້ສຶກເສົ້າສະຫຼົດໃຈເມື່ອໄດ້ຮັບຂ່າວວ່າປະເທດຂອງທ່ານເກີດແຜ່ນດິນໄຫວຮຸນແຮງ, ເຮັດໃຫ້ມີຜູ້ເສຍຊີວິດ,ບາດເຈັບແລະໄດ້ຮັບຄວາມເສຍຫາຍດ້ານຊັບສິນເປັນຈຳນວນຫຼວງຫຼາຍ.ຂ້າພະເຈົ້າຂໍຕາງໜ້າລັດຖະບານແລະປະຊາຊົນຈີນ, ສະແດງຄວາມໄວ້ອາໄລດ້ວຍຄວາມເສົ້າສະຫຼົດໃຈຢ່າງສຸດຊຶ້ງຕໍ່ຜູ້ເສຍຊີວິດ, ສະແດງຄວາມເຫັນໃຈຢ່າງຈິງໃຈຕໍ່ຄອບຄົວຜູ້ເສຍຊີວິດແລະຜູ້ບາດເຈັບ. ເຊື່ອໝັ້ນວ່າ: ພາຍໃຕ້ການນຳພາຂອງທ່ານປະທານາທິບໍດີ, ລັດຖະບານແລະປະຊາຊົນປະເທດຂອງທ່ານຍ່ອມຈະສາມາດຜ່ານຜາຜົນກະທົບຈາກໄພພິບັດແລະສ້າງບ້ານແປງເມືອງຄືນໃໝ່.