ກະຊວງການຕ່າງປະເທດຊີຣີ: ການລົງໂທດຂອງອາເມຣິກາໄດ້ກີດຂວາງການຊ່ວຍເຫຼືອດ້ານມະນຸດສະທຳຢູ່ຊີຣີ

2023-02-08 10:28:10 CRI


ວັນທີ 7 ກຸມພາ 2023 ນີ້, ກະຊວງການຕ່າງປະເທດຊີຣີໄດ້ອອກຖະແຫຼງການ, ໂດຍຕຳໜິອາເມຣິກາທີ່ມີເຈຕະນາຊັກໃຍຫາງສຽງສາກົນໄປສູ່ທິດທາງທີ່ຜິດພາດ, ແລະປ່າວຖ້ອຍຄຳທີ່ວ່າ ການລົງໂທດຕໍ່ຊີຣີຈະບໍ່ກີດຂວາງການຊ່ວຍເຫຼືອມະນຸດສະທຳຕໍ່ຊີຣີ. ແຕ່ໃນຄວາມເປັນຈິງແລ້ວ, ເມື່ອປະເຊີນໜ້າກັບເຫດການແຜ່ນດິນໄຫວ, ປະຊາຊົນຊີຣີຕ້ອງຂຸດຊາກອາຄານທີ່ຫັກພັງດ້ວຍມືເປົ່າ, ເພາະວ່າບໍ່ມີອຸປະກອນ ແລະ ວັດຖຸທີ່ຈຳເປັນ. ກະຊວງການຕ່າງປະເທດຊີຮີແຈ້ງໃຫ້ຮູ້ວ່າ, ໜ່ວຍກູ້ໄພຊີຣີບໍ່ມີເຄື່ອງມື ແລະ ອຸປະກອນທີ່ກ່ຽວຂ້ອງເພື່ອກອບກູ້ເອົາຄົນທີ່ຖືກຝັງເລິກຢູ່ໃຕ້ຊາກອາຄານ, ສະນັ້ນຕ້ອງໃຊ້ເວລາດົນເພື່ອດຳເນີນການກູ້ໄພ.


ກະຊວງການຕ່າງປະເທດຊີຣີໃຫ້ຮູ້ຕື່ມວ່າ: ເຈົ້າໜ້າທີ່ອາເມຣິກາຈະເວົ້າຄວາມຂີ້ຕົວະໄດ້, ແຕ່ຮູບຖ່າຍຈາກເຂດປະສົບໄພແຜ່ນດິນໄຫວຂອງຊີຣີຈະບໍ່ເປັນຄຳຫຼອກລວງ. ເຖິງວ່າປະເຊີນໜ້າກັບການລົງໂທດ, ແຕ່ປະຊາຊົນຊີຣີຍັງຄົງຈະຮັບມືກັບໄພພິບັດດ້ວຍສະຕິທີ່ເຕັມໄປດ້ວຍກຳລັງຢ່າງໜັກແໜ້ນ.