ທ່ານສີຈິ້ນຜິງເນັ້ນໜັກໃຫ້ເຂົ້າໃຈຢ່າງຖືກຕ້ອງແລະອອກແຮງຊຸກຍູ້ຄວາມທັນສະໄໝແບບຈີນ

2023-02-08 10:32:44 cri



ຕອນເຊົ້າວັນທີ 7 ກຸມພານີ້, ພິທີເປີດຊຸດສຳມະນາສຳລັບກຳມະການ,ກຳມະການສຳຮອງຜູ້ໃໝ່ຂອງຄະນະກຳມະການສູນກາງພັກກອມມູນິດຈີນ, ພະນັກງານການນຳຫຼັກແຫຼ່ງຂັ້ນກະຊວງແລະຂັ້ນແຂວງເພື່ອເຊື່ອມຊຶມແລະຜັນຂະຫຍາຍແນວຄິດສີຈິ້ນຜິງກ່ຽວກັບສັງຄົມນິຍົມທີ່ມີສີສັນພິເສດຂອງຈີນໃນຍຸກໃຫມ່ແລະເນື້ອໃນຈິດໃຈກອງປະຊຸມໃຫຍ່ຜູ້ແທນທົ່ວປະ ເທດຄັ້ງທີ 20 ຂອງພັກກອມ ມູນິດຈີນໄດ້ຈັດຂຶ້ນຢູ່ໂຮງຮຽນທິດສະດີສູນກາງພັກ. ທ່ານ ສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດ ຈີນ ປະທານ ປະເທດຈີນໄດ້ກ່າວຄຳປາໄສສຳຄັນໃນພິທີເປີດຊຸດສຳມະນາໂດຍເນັ້ນໜັກວ່າ: ການສະເໜີໂດຍສັງເຂບ ພ້ອມທັງລົງເລິກບັນຍາຍທິດສະດີຄວາມທັນສະໄໝແບບຈີນ ເປັນການປະດິດສ້າງທິດສະດີທີ່ສຳຄັນຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 20 ຂອງພັກ, ເປັນໝາກຜົນສຳຄັນຫຼ້າສຸດແຫ່ງສັງຄົມນິຍົມວິທະຍາສາດ. ຄວາມທັນສະໄໝແບບຈີນເປັນໝາກຜົນສຳຄັນອັນຍິ່ງໃຫຍ່ທີ່ພັກພວກເຮົານຳພາປະຊາຊົນບັນດາເຜົ່າທົ່ວປະ ເທດຍາດມາໄດ້ຈາກການສຸມຄວາມພະຍາຍາມຢ່າງທໍລະຫົດອົນທົນແລະເສຍຄ່າຕອບແທນຢ່າງໃຫຍ່ຫຼວງຜ່ານການຄົ້ນຄວ້າແລະພຶດຕິກຳເປັນໄລຍະຍາວນານ, ພວກເຮົາຈຳເປັນຕ້ອງຖະໜອມຮັກສາເປັນພິເສດ, ຍຶດໝັ້ນຢ່າງສະເໝີຕົ້ນສະເໝີປາຍ, ບຸກເບີກໃຫ້ຂະຫຍາຍຕົວກ້າວເຂົ້າສູ່ລວງເລິກຢ່າງບໍ່ຢຸດຢັ້ງ.



ທ່ານສີຈິ້ນຜິງກ່າວເນັ້ນໜັກຕື່ມວ່າ: ຄວາມທັນສະໄໝແບບຈີນແມ່ນຝັງຮາກເລິກຢູ່ໃນວັດທະນະທຳຈີນທີ່ມີມູນເຊື້ອອັນດີງາມ, ໄດ້ສະແດງໃຫ້ເຫັນ ລັກສະນະທາດແທ້ແຫ່ງຄວາມກ້າວໜ້າຂອງສັງຄົມນິຍົມວິທະຍາສາດ, ໄດ້ຖອດຖອນ ແລະຮັບເອົາໝາກຜົນດ້ານສີວິໄລທີ່ດີເດັ່ນທຸກຢ່າງຂອງມວນມະນຸດ, ໄດ້ຕາງໜ້າໃຫ້ທິດທາງການພັດທະນາຂອງຄວາມກ້າວໜ້າດ້ານສີວິໄລຂອງມວນມະນຸດ, ໄດ້ສະແດງໃຫ້ເຫັນພາບໃໝ່ທີ່ຕ່າງກັນກັບຮູບແບບຄວາມທັນສະໄໝຂອງຝ່າຍຕາເວັນຕົກ, ເປັນຮູບຖານຄວາມສີວິໄລອັນໃໝ່ອ່ຽມຂອງມວນມະນຸດ. ການຊຸກຍູ້ຄວາມທັນສະໄໝແບບຈີນເປັນໂຄງການທີ່ເປັນລະບົບ, ຕ້ອງປະສານສົມທົບເປັນເອກະພາບກັນ, ວາງແຜນຢ່າງເປັນລະບົບ, ຊຸກຍູ້ໂດຍລວມ, ແກ້ໄຂບັນຫາການພົວພັນສຳຄັນຕ່າງໆໃຫ້ຖືກຕ້ອງແລະມີປະສິດທິຜົນເຊັ່ນ: ການອອກແບບຈາກຂັ້ນເທິງສູງສຸດກັບພຶດຕິກຳການຄົ້ນຄວ້າ, ຍຸດທະສາດກັບຍຸດໂທບາຍ, ການຮັກສາ ທາດແທ້ກັບການປະດິດສ້າງ, ປະສິດທິພາບກັບຄວາມຍຸຕິທຳ, ຄວາມມີຊີວິດ ຊີວາກັບຄວາມເປັນລະບຽບ, ການເພິ່ງຕົນເອງ,ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ກັບການເປີດປະຕູສູ່ພາຍນອກ ແລະອື່ນໆ.