ຈີນກັບບຣາຊິນເຊັນບົດບັນທຶກການຮ່ວມມືວ່າດ້ວຍການສ້າງລະບົບຊຳລະບັນຊີດ້ວຍເງິນຢວນຈີນຢູ່ບຣາຊິນ

2023-02-08 10:59:26 cri

ຫວ່າງມໍ່ໆມານີ້, ທະນາຄານປະຊາຊົນຈີນ ກັບ ທະນາຄານກາງບຣາຊິນ ໄດ້ເຊັນບົດບັນທຶກການຮ່ວມມືວ່າດ້ວຍການສ້າງລະບົບຊຳລະບັນຊີດ້ວຍເງິນຢວນຈີນຢູ່ບຣາຊິນ. ການສ້າງລະບົບດັ່ງກ່າວນີ້ ຈະມີຜົນດີຕໍ່ວິສາຫະກິດແລະສະຖາບັນການເງິນຈີນແລະບຣາຊິນໃນການນຳໃຊ້ເງິນຢວນຈີນເຂົ້າໃນການຄ້າຂາຍຂ້າມຊາດ, ຈະຊຸກຍູ້ໃຫ້ການຄ້າແລະການລົງທຶນຂອງສອງຝ່າຍມີຄວາມສະດວກຂຶ້ນຕື່ມອີກ.