ສະຫະພາບເອີຣົບອະນຸມັດແຜນການຊ່ວຍເຫຼືອເສດຖະກິດຕ່າງໆ

2023-02-08 14:59:24 cri

ວັນທີ 7 ກຸມພານີ້, ຄະນະກຳມາທິການສະຫະພາບເອີຣົບໄດ້ອອກຖະແຫຼງການວ່າ: ການປະທະກັນລະຫວ່າງຣັດເຊຍ-ອູແກຣນສືບຕໍ່ດຳເນີນຢູ່, ຕົ້ນທຶນພະລັງງານເພີ່ມສູງຂຶ້ນ, ເສດຖະກິດສະຫະພາບເອີຣົບໄດ້ຮັບຜົນກະທົບຢ່າງໜັກໜ່ວງ.

ໂດຍອີງຕາມຂອບການຊ່ວຍເຫຼືອວິກິດການຊົ່ວຄາວແຫ່ງຊາດ, ຄະນະກຳມາທິການສະຫະພາບເອີຣົບໄດ້ອະນຸມັດແຜນການຊ່ວຍເຫຼືອສະໂລເວນີທີ່ມີມູນຄ່າ 100 ລ້ານເອີໂຣ ເພື່ອອຸດໜູນບໍລິສັດທີ່ຫຼຸດຈຳນວນພະນັກງານແລະໂມງເຮັດວຽກລົງ ຍ້ອນຄ່າໃຊ້ຈ່າຍພະລັງງານເພີ່ມສູງຂຶ້ນ. ແຜນການດັ່ງກ່າວມີເປົ້າໝາຍເພື່ອຮັກສາລະດັບການປະກອບອາຊີບແລະຫຼີກເວັ້ນການຫຼຸດຈຳນວນພະນັກງານຂອງສະໂລເວນີ. ຄະນະກຳມາທິການສະຫະພາບເອີຣົບໄດ້ອະນຸມັດແຜນການຫຼຸດການສິ້ນເປືອງພະລັງງານໄຟຟ້າຂອງຊູແອັດພາຍໃຕ້ສະພາບການປະທະກັນລະຫວ່າງຣັດເຊຍ-ອູແກຣນ, ແຜນການນີ້ຈະໃຊ້ມາດຕະການດ້ານການເງິນເພື່ອສະໜັບສະໜຸນເປົ້າໝາຍການຫຼຸດຜ່ອນການສິ້ນເປືອງພະລັງງານ, ນອກນີ້, ຄະນະກຳມາທິການສະຫະພາບເອີຣົບຍັງໄດ້ອະນຸມັດແຜນການຄ້ຳປະກັນຊ່ວຍເຫຼືອແຟງລັງມີມູນຄ່າ 15 ລ້ານເອີໂຣ ເພື່ອສະໜັບສະໜູນບໍລິສັດໄຟຟ້າຢູ່ເຂດອາແລນໃຫ້ດຳເນີນງານເປັນປົກກະຕິ.