ລັດຖະບານຈີນຕົກລົງໃຫ້ການຊ່ວຍເຫຼືອດ່ວນແກ່ຕູຣາເຄຍແລະຊີຣີ

2023-02-08 11:00:19 cri

ວັນທີ 6 ກຸມພານີ້, ຕູຣາເຄຍໄດ້ເກີດແຜນດິນໄຫວຄວາມແຮງ 7,8 ລິກເຕີສອງຄັ້ງ ເຮັດໃຫ້ທັງຕູຣາເຄຍແລະຊີຣີມີຜູ້ເສຍຊີວິດ, ບາດເຈັບ ແລະໄດ້ຮັບຄວາມເສຍຫາຍດ້ານຊັບສິນເປັນຈຳນວນຫຼວງຫຼາຍ.

ວັນທີ 7 ກຸມພານີ້, ທ່ານເຕີ້ງໂປ່ຊິ່ງ ຮອງຫົວໜ້າອົງການພັດທະນາແລະຮ່ວມມືສາກົນແຫ່ງຊາດຈີນກ່າວຢືນຢັນວ່າ: ລັດຖະບານຈີນໄດ້ນຳໃຊ້ກົນໄກຊ່ວຍເຫຼືອສຸກເສີນດ້ານມະນຸດສະທຳໃນເວລາທຳອິດ ໂດຍໄດ້ຕົກລົງໃຫ້ການຊ່ວຍເຫຼືອດ່ວນແກ່ຕູຣາເຄຍແລະຊີຣີ. ທຳອິດຈີນຈະໃຫ້ການຊ່ວຍເຫຼືອດ່ວນເປັນຈຳນວນເງິນ 40 ລ້ານຢວນແກ່ຕູຣາເຄຍ ລວມທັງການສົ່ງໜ່ວຍງານກູ້ໄພ, ໜ່ວຍງານປິ່ນປົວພະຍາດ ແລະສະໜອງເຄື່ອງຊ່ວຍເຫຼືອກູ້ໄພທີ່ຕູຣາເຄຍຕ້ອງການຢ່າງຮີບດ່ວນ. ນອກນີ້, ຈີນຈະປະສານງານເພື່ອສະໜອງເຄື່ອງຊ່ວຍເຫຼືອກູ້ໄພທີ່ຊີຣີຕ້ອງການຢ່າງຮີບດ່ວນໃຫ້ແກ່ຊີຣີ, ແລະເລັ່ງລັດຈັດຕັ້ງປະຕິບັດໂຄງການຊ່ວຍເຫຼືອດ້ານສະບຽງອາຫານທີ່ພວມດຳເນີນຢູ່.

ພ້ອມກັນນັ້ນ, ວົງການຕ່າງໆໃນສັງຄົມຈີນໄດ້ໃຫ້ການຊ່ວຍເຫຼືອແກ່ຕູຣາເຄຍແລະຊີຣີເຊັ່ນດຽວກັນ. ສະພາກາແດງຈີນໄດ້ໃຫ້ເງິນຊ່ວຍເຫຼືອແກ່ຕູຣາເຄຍແລະຊີຣີປະເທດລະ 200.000 ໂດລາ. ລັດຖະບານຈີນຈະອີງຕາມສະພາບການເກີດແຜ່ນດິນໄຫວແລະຄວາມຕ້ອງການຕົວຈິງ, ສືບຕໍ່ໃຫ້ການຊ່ວຍເຫຼືອຕາມຄວາມສາມາດຂອງຕົນແກ່ສອງປະເທດດັ່ງກ່າວ.