ການຂາດໂອກາດປະກອບອາຊີບເປັນໜຶ່ງໃນປັດໄຈຕົ້ນຕໍທີ່ເຮັດໃຫ້ເກີດລັດທິກໍ່ການຮ້າຍແລະລັດທິຫົວຮຸນແຮງຢູ່ເຂດອາຟຣິກາທີ່ຢູ່ເຂດໃຕ້ທະເລຊາຍຊາຮາຣາ

2023-02-08 16:05:35 CRI

   ໂຄງການສະຫະປະຊາຊາດເພື່ອການພັດທະນາຫຼື UNDP ໄດ້ເຜີຍແຜ່ບົດລາຍງານໃນວັນທີ 7 ກຸມພານີ້ໂດຍຊີ້ໃຫ້ເຫັນວ່າ: ຢູ່ເຂດອາຟຣິກາທີ່ຢູ່ເຂດໃຕ້ທະເລຊາຍຊາຮາຣາ, ການຂາດໂອກາດປະກອບອາຊີບເປັນໜຶ່ງໃນປັດໄຈຕົ້ນຕໍທີ່ເຮັດໃຫ້ກຸ່ມຄົນຈໍານວນໜຶ່ງເຂົ້າຮ່ວມກຸ່ມລັດທິກໍ່ການຮ້າຍແລະລັດທິຫົວຮຸນແຮງ.


   ບົດລາຍງານດັ່ງກ່າວໄດ້ລະບຸວ່າ: ເຂດອາຟຣິກາທີ່ຢູ່ເຂດໃຕ້ທະເລຊາຍຊາຣາລາໄດ້ກາຍເປັນສູນກາງດ້ານລັດທິກໍ່ການຮ້າຍແລະລັດທິຫົວຮຸນແຮງແຫ່ງໃໝ່ຂອງໂລກສັງເກດໄດ້ຈາກຈໍານວນຄົນທີ່ເສຍຊີວິດຍ້ອນລັດທິກໍ່ການຮ້າຍຕາມການບັນທຶກຂອງທົ່ວໂລກໃນປີ 2021 ນັ້ນ, ມີເກືອບເຄິ່ງໜຶ່ງແມ່ນມາຈາກເຂດດັ່ງກ່າວ. ຜົນການຄົ້ນຄວ້າສະບັບນີ້ແມ່ນໄດ້ມາຈາກການສໍາພາດບຸກຄົນທີ່ມີສະຖານະແຕກຕ່າງກັນເກືອບ 2.200 ຄົນທີ່ມາຈາກ 8 ປະເທດຢູ່ເຂດດັ່ງກ່າວ, ເປັນຕົ້ນແມ່ນປະເທດນີເຊຣີ, ໂຊມາລີ, ຊູດັງ ແລະອື່ນໆ.


   ນອກນີ້, ບົດລາຍງານຍັງໄດ້ລະບຸຕື່ມວ່າ: ໃນຈໍານວນຜູ້ໃຫ້ສໍາພາດເຫຼົ່ານີ້, ມີເກືອບ 25% ເຫັນວ່າການຂາດໂອກາດປະກອບອາຊີບເປັນປັດໄຈຕົ້ນຕໍທີ່ເຮັດໃຫ້ຕົນເອງເຂົ້າຮ່ວມກຸ່ມລັດທິກໍ່ການຮ້າຍແລະລັດທິຫົວຮຸນແຮງ, ເຊິ່ງຕົວເລກດັ່ງກ່າວແມ່ນໄດ້ເພີ່ມຂຶ້ນ 92% ເມື່ອທຽບໃສ່ຜົນການຄົ້ນຄວ້າກ່ຽວກັບລັດທິຫົວຮຸນແຮງຂອງ UNDP ເມື່ອປີ 2017. ພ້ອມດຽວກັນນີ້, ມີເກືອບ 40% ຂອງຜູ້ໃຫ້ສໍາພາດກ່າວວ່າ: ເພື່ອແກ້ໄຂບັນຫາການດໍາລົງຊີວິດເທົ່ານັ້ນເຂົາເຈົ້າຈຶ່ງເລືອກເຂົ້າຮ່ວມກຸ່ມເຫຼົ່ານີ້.