ໃນໄລຍະພັກບຸນກຸດຈີນ ມີຜູ້ອອກໄປຕ່າງປະເທດຈາກຈີນຫຼາຍກວ່າ 1,4 ລ້ານເທື່ອຄົນ

2023-02-09 15:40:16 cri

ອີງຕາມຕົວເລກສະຖິຕິຂອງອົງການຄຸ້ມຄອງຄົນເຂົ້າເມືອງແຫ່ງຊາດຈີນໃຫ້ຮູ້ວ່າ: ໃນໄລຍະພັກບຸນກຸດຈີນປີ 2023 ນີ້, ອົງການຄຸ້ມຄອງຄົນເຂົ້າເມືອງໃນທົ່ວປະເທດຈີນໄດ້ກວດກາຜູ້ເຂົ້າອອກເມືອງມີເຖິງ 2.877.000 ລ້ານເທື່ອຄົນ, ສະເລ່ຍຕໍ່ມື້ມີເຖິງ 410.000 ເທື່ອຄົນ, ເພີ່ມຂຶ້ນ 120,5% ເມື່ອທຽບໃສ່ໄລຍະບຸນກຸດຈີນປີ 2022. ໃນນັ້ນ, ຜູ້ອອກໄປຕ່າງປະເທດມີເຖິງ 1.443.000 ເທື່ອຄົນ, ເພີ່ມຂຶ້ນ 117,8% ເມື່ອທຽບໃສ່ໄລຍະບຸນກຸດຈີນປີກາຍນີ້.

ບົດລາຍງານກ່ຽວກັບຜົນສະຫຼຸບການທ່ອງທ່ຽວບຸນກຸດຈີນປີ 2023 ທີ່ເວັບໄຊເຊຍເສີງປະກາດນັ້ນສະແດງໃຫ້ເຫັນວ່າ: ໃບຈອງຊື້ການໄປທ່ອງທ່ຽວຕ່າງປະເທດໃນໄລຍະບຸນກຸດຈີນໄດ້ເພີ່ມຂຶ້ນ 640% ໂດຍລວມເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ, ໃບຈອງຊື້ປີ້ຍົນຂ້າມຊາດໄດ້ເພີ່ມຂຶ້ນຫຼາຍກວ່າ 4 ເທົ່າເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ, ໃບສັ່ງຈອງໂຮງແຮມຢູ່ຕ່າງປະເທດຂອງນັກທ່ອງທ່ຽວແຜນດິນໃຫຍ່ຈີນໄດ້ເພີ່ມຂຶ້ນຫຼາຍກວ່າ 4 ເທົ່າເຊັ່ນດຽວກັນ.

ບົດລາຍງານຕົວເລກການບໍລິໂພກການທ່ອງທ່ຽວໃນໄລຍະບຸນກຸດຈີນ 2023 ທີ່ເວັບໄຊຖົງເສີງ ເວທີຈອງຊື້ການທ່ອງທ່ຽວຈີນປະກາດນັ້ນສະແດງໃຫ້ເຫັນວ່າ: ຕະຫຼາດການໄປທ່ອງທຽວຢູ່ຕ່າງປະເທດມີທ່ວງທ່າເພີ່ມຂຶ້ນຢ່າງວ່ອງໄວ. ປະລິມານການຈອງຊື້ປີ້ຍົນອອກໄປຕ່າງປະເທດໄດ້ເພີ່ມຂຶ້ນ 258% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ, ການສັ່ງຈອງໂຮງແຮມສາກົນໄດ້ເພີ່ມຂຶ້ນ 177% ເຊັ່ນດຽວກັນ.