ຄາດວ່າເສດຖະກິດ ສ.ເກົາຫຼີ ຈະເຕີບໂຕ 1,8% ໃນປີ 2023

2023-02-09 15:46:34 CRI

   ວັນທີ 9 ກຸມພານີ້ຕາມເວລາທ້ອງຖິ່ນ, ສະຖາບັນຄົ້ນຄວ້າການພັດທະນາຂອງ ສ.ເກົາຫຼີ ໄດ້ເປີດເຜີຍຂໍ້ມູນຄາດຄະເນຕໍ່ອະນາຄົດດ້ານເສດຖະກິດຂອງ ສ.ເກົາຫຼີ ສະບັບຫຼ້າສຸດ, ໂດຍໄດ້ປັບຫຼຸດຕົວເລກຄາດຄະເນຕໍ່ການເຕີບໂຕດ້ານເສດຖະກິດຂອງ ສ.ເກົາຫຼີໃນ 6 ເດືອນຕົ້ນປີນີ້ໃຫ້ຢູ່ໃນລະດັບ 1,1%. ນອກນີ້, ອີງຕາມການຄາດຄະເນຂອງອົງການດັ່ງກ່າວ, ເສດຖະກິດ ສ.ເກົາຫຼີ ຈະເລັ່ງຟື້ນຕົວໃນ 6 ເດືອນທ້າຍປີນີ້, ແລະຄາດວ່າເສດຖະກິດໃນໝົດປີຈະເຕີບໂຕ 1,8%.


   ນອກນີ້, ຄຽງຄູ່ກັບພະລັງງານ, ການບໍລິການສາທາລະນະແລະດ້ານອື່ນໆຂອງ ສ.ເກົາຫຼີ ມີລາຄາສູງຂຶ້ນແລ້ວ, ສະຖາບັນຄົ້ນຄວ້າການພັດທະນາຂອງ ສ.ເກົາຫຼີ ຍັງໄດ້ຄາດຄະເນວ່າລາຄາສິນຄ້າຂອງ ສ.ເກົາຫຼີ ໃນປີນີ້ຈະເພີ່ມຂຶ້ນ 3,5%.