ຢູ່ຕໍ່ໜ້າໄພພິບັດ, ອາເມຣິກາຄວນຍົກເລີກການລົງໂທດຊີຣີແຕ່ຝ່າຍດຽວໃນທັນທີ

2023-02-09 15:26:28 cri


ໃນເວລາຕອບຄຳຖາມຂອງນັກຂ່າວຢູ່ໃນກອງປະຊຸມຖະແຫຼງຂ່າວເມື່່ອວັນທີ 8 ກຸມພານີ້, ທ່ານນາງໝາວໜິງ  ໂຄສົກກະຊວງການຕ່າງປະເທດຈີນໄດ້ຮຽກຮ້ອງໃຫ້ອາເມຣິກາຈົ່ງປະລະແນວຄິດພູມສາດການເມືອງ, ຍົກເລີກການລົງໂທດຊີຣີແຕ່ຝ່າຍດຽວໃນທັນທີເພື່ອເປີດປະຕູໃຫ້ກັບການກູ້ໄພແບບມະນຸດສະທຳ.


ອີງຕາມການລາຍງານຂ່າວໃຫ້ຮູ້ວ່າ: ພາຍຫຼັງຕຸຣາເຄຍແລະຊີຣີເກີດແຜ່ນດິນໄຫວຮຸນແຮງແລ້ວ, ຄະນະກຳມະການຄັດຄ້ານການຈຳແນກເຊື້ອຊາດຜິວພັນອາເມຣິກາ-ອາຣັບຮຽກຮ້ອງໃຫ້ຝ່າຍອາເມຣິກາ“ຍົກເລີິກການລົງໂທດຊີຣີໃນທັນທີ”ເພື່ອອຳນວຍຄວາມສະດວກໃຫ້ກັບການຊ່ວຍເຫຼຶອຊີຣີ. ແຕ່ຝ່າຍອາເມຣິກາກ່າວວ່າ: ຈະບໍ່ຄົບຄ້າກັບລັດຖະບານຊີຣີໂດຍກົງ.



ໃນເວລາຕອບຄຳຖາມທີ່ກ່ຽວຂ້ອງ, ທ່ານນາງໝາວໜິງໄດ້ຊີ້ໃຫ້ເຫັນວ່າ: ຊີຣີໄດ້ປະສົບ ກັບຄວາມປັ່ນປ່ວນຈາກສົງຄາມມາຫຼາຍປີ ແລະ ຫວ່າງມໍ່ໆມານີ້ໄດ້ປະສົບໄພແຜ່ນດິນໄຫວອີກ, ເຮັດໃຫ້ປະເຊີນກັບວິກິດການມະນຸດສະທຳຢ່າງໜັກໜ່ວງ. ອົງການສະຫະປະຊາຊາດ, ສະພາກາແດງສາກົນກັບສະຫະພັນຊີກວົງເດືອນແດງລ້ວນແຕ່ໄດ້ຮຽກຮ້ອງໃຫ້ສະໜອງການຊ່ວຍເຫຼືອສຸກເສີນແກ່ປະຊາຊົນຜູ້ປະສົບໄພຢູ່ຊີຣີເພື່ອຫຼີກເວັ້ນບໍ່ໃຫ້ສະພາບມະນຸດສະທຳຢູ່ທ້ອງຖິ່ນຮ້າຍແຮງຂຶ້ນຕື່ມ.



ທ່ານນາງໝາວໜິງກ່າວຕື່ມວ່າ: ອາເມຣິກາໄດ້ເຂົ້າໄປແຊກແຊງວິກິດການຢູ່ຊີຣີມາເປັນ ເວລາຍາວນານ, ໄດ້ດຳເນີນການແຊກແຊງດ້ານການທະຫານຢ່າງເນື່ອງນິດ, ປະຕິບັດການ ລົງໂທດດ້ານເສດຖະກິດທີ່ເຂັ້ມງວດ, ພາໃຫ້ປະຊາຊົນທຳມະດາສາມັນຢູ່ຊີຣີເສຍຊີວິດເປັນ ຈຳນວນຫຼວງຫຼາຍ, ປະຊາຊົນຊີຣີແມ່ນຍາກທີ່ຈະໄດ້ຮັບການຮັບປະກັນດ້ານຊີວິດການເປັນຢູ່ ຂັ້ນພື້ນຖານ, ການພັດທະນາເສດຖະກິດແລະຂະບວນການສ້າງສາຄືນໃໝ່ແມ່ນປະເຊີນກັບຄວາມຫຍຸ້ງຍາກຕ່າງໆນາໆ. ຈົນມາຮອດຊູ່ມື້ນີ້, ອາເມຣິກາຍັງຄົງຍຶດຄອງເຂດຜະລິດນ້ຳມັນ ຕົ້ນຕໍຂອງຊີຣີ, ກອບໂກຍແລະປຸ້ນສະດົມເອົາຜົນຜະລິດນ້ຳມັນຫຼາຍກວ່າ 80%, ຄ້າຂາຍເຖື່ອນແລະຈຸດໄຟເຜົາຄັງສຳຮອງສະບຽງອາຫານຂອງຊີຣີ, ເຮັດໃຫ້ວິກິດການມະນຸດສະທຳຮ້າຍແຮງຂຶ້ນຕື່ມ.