ອົງການການບິນພົນລະເຮືອນສາກົນ: ການເດີນທາງໂດຍການບິນດ້ານທຸລະກິດຂອງໂລກມີຫວັງຈະຟື້ນຟູຄືນໃໝ່ຢ່າງຮອບດ້ານ

2023-02-09 16:23:47 CRI


 

ວັນທີ 8 ກຸມພາ 2023 ນີ້, ອົງການການບິນພົນລະເຮືອນສາກົນໃຫ້ຮູ້ວ່າ, ຄາດວ່າ ຄວາມຕ້ອງການທີ່ມີຕໍ່ ການເດີນທາງໂດຍການບິນດ້ານທຸລະກິດຂອງໂລກຈະຟື້ນຟູຄືນໃໝ່ຢ່າງຮອບດ້ານໃນປີນີ້, ເມື່ອຮອດທ້າຍປີນີ້ ຈະລື່ນກາຍລະດັບກ່ອນການແພ່ລະບາດຂອງພະຍາດໂຄວິດ-19.


ອົງການດັ່ງກ່າວຄາດວ່າ, ໃນໄລຍະແພ່ລະບາດຂອງພະຍາດໂຄວິດ-19, ຄວາມຕ້ອງການເດີນທາງໄດ້ຫຼຸດລົງຢ່າງຫຼວງຫຼາຍ, ເຮັດໃຫ້ບໍລິສັດການບິນຂອງໂລກຂາດທຶນ 372 ຕື້ໂດລາໃນປີ 2020, ໃນປີ 2021 ໄດ້ຂາດທຶນອີກ 324 ຕື້ໂດລາ. ແຕ່ວ່າ, ອີງຕາມການຄາດຄະເນຫຼ້າສຸດຂອງອົງການດັ່ງກ່າວ, ຫຼັງຈາກຂາດທຶນມາເປັນເວລາ 3 ປີລຽນຕິດແລ້ວ, ບໍລິສັດການບິນມີຫວັງຈະໄດ້ຮັບຜົນກຳໄລຄືນໃໝ່ໃນໄຕມາດສຸດທ້າຍຂອງປີນີ້.