ໄພຄຸກຄາມຈາກການໃຊ້ອາວຸດປືນກາຍເປັນພິດໄພຕໍ່ສັງຄົມອາເມຣິກາ

2023-02-09 14:38:19 cri

ພາຍຫຼັງກ້າວເຂົ້າສູ່ປີ 2023 ແລ້ວ, ອາເມຣິກາໄດ້ເກີດເຫດການຍິງກັນເລື້ອຍໆ. ອີງຕາມ ສະຖິຕິທີ່ເວັບໄຊ “ຄັງເກັບຄວາມຮຸນແຮງຂອງອາວຸດປືນ” ຫຼື Gun Violence Archive ຂອງອາເມຣິກາເປີດເຜີຍໃນວັນທີ 1 ກຸມພານີ້ໄດ້ສະແດງໃຫ້ເຫັນວ່າ: ໃນເດືອນມັງກອນ 2023, ອາເມຣິກາໄດ້ເກີດເຫດການຍິງກັນຂະໜາດໃຫຍ່ 52 ເທື່ອ, ສົ່ງຜົນເຮັດໃຫ້ເສຍຊີວິດ 87 ຄົນ, ໄດ້ສ້າງສະຖິຕິສູງສຸດໃນໄລຍະດຽວກັນຂອງແຕ່ລະປີນັບແຕ່ອົງການດັ່ງກ່າວເລີ່ມນັບສະຖິຕິບັນຫາດັ່ງກ່າວເມື່ອປີ 2014 ເປັນຕົ້ນມາ.

ລັດຖະທຳມະນູນອາເມຣິກາສະບັບປັບປຸງເທື່ອທີສອງທີ່ຜ່ານການຮັບຮອງເມື່ອປີ 1791 ໄດ້ມອບສິດຄອບຄອງປືນທີ່ຊອບດ້ວຍກົດໝາຍໃຫ້ແກ່ພົນລະເມືອງ, ຈາກນັ້ນ, ເສລີພາບດ້ານການຄອບຄອງປືນຖືກເຫັນວ່າເປັນສິດສ່ວນຕົວທີ່ສຳຄັນຂອງຊາວອາເມຣິກາ. ຍ້ອນມີ “ວັດທະນະທຳປືນ”, ຈຳນວນພົນລະເມືອງທີ່ຄອບຄອງປືນຂອງອາເມຣິກາແມ່ນຫຼາຍທີ່ສຸດໃນໂລກມາໂດຍຕະຫຼອດ. ສະຖິຕິສະແດງໃຫ້ເຫັນວ່າ, ພົນລະເມືອງອາເມຣິກາມີປືນໄວ້ໃນຄອບຄອງຢ່າງໜ້ອຍມີ 393 ລ້ານກະບອກ, ເທົ່າກັບປະມານແຕ່ລະຮ້ອຍຄົນມີປືນ 120 ກະບອກໄວ້ໃນຄອບຄອງ.

ບັນຫາໃຊ້ຄວາມຮຸນແຮງດ້ວຍອາວຸດປືນໄດ້ກາຍເປັນບັນຫາທີ່ແກ້ໄຂບໍ່ຕົກຂອງສັງຄົມອາເມຣິກາ, ຊາວອາເມຣິກາໃນແຕ່ລະເກນອາຍຸ ແລະ ເຊື້ອສາຍຕ່າງໆໄດ້ກາຍເປັນຜູ້ປະສົບເຄາະຮ້າຍຍ້ອນບັນຫາດັ່ງກ່າວນັບມື້ນັບຫຼາຍຂຶ້ນ. ໜັງສືພິມ UsaToday ຂອງອາເມຣິກາລາຍງານໃນທ້າຍເດືອນມັງກອນວ່າ, ໃນຫຼາຍປີມານີ້, ຊາວອາເມຣິກາມີ 110 ຄົນເສຍຊີວິດຍ້ອນເຫດຍິງກັນໃນແຕ່ລະມື້, ຊາວອາເມຣິກາທຸກ 1 ແສນຄົນມີ 12 ຄົນເສຍຊີວິດຍ້ອນເຫດການຍິງກັນ, ຈຳນວນດັ່ງກ່າວໄດ້ຫຼາຍກວ່າປະເທດອື່ນໆໃນໂລກ. ແຕ່ປີ 1990 ຫາປີ 2021, ຊາວອາເມຣິກາມີ 1,11 ລ້ານຄົນເສຍຊີວິດໃນຄະດີທີ່ກ່ຽວພັນກັບປືນ, ປີ 2022, ອາເມຣິກາມີ 4,4 ໝື່ນຄົນເສຍຊີວິດຍ້ອນເຫດການຍິງກັນ.

ເຖິງວ່າອາດຊະຍາກຳດ້ານຄວາມຮຸນແຮງດ້ວຍອາວຸດປືນໄດ້ກະຕຸ້ນເສັ້ນປະສາດຂອງຊາວອາເມຣິກາຢ່າງບໍ່ຢຸດຢັ້ງກໍຕາມ, ແຕ່ວ່າການຕໍ່ສູ້ລະຫວ່າງການຄອບຄອງປືນ ແລະ ການຄວບຄຸມປືນແມ່ນບັນຫາທີ່ແກ້ໄຂບໍ່ໄດ້. ກ່ຽວກັບການນິຕິບັນຍັດຄວບຄຸມປືນ, ໃນເວທີການເມືອງອາເມຣິກາໄດ້ມີອິດທິກຳລັງການເມືອງສອງຝ່າຍຝ່າຍຄອບຄອງປືນທີ່ນຳໂດຍສະມາຄົມປືນຍາວທົ່ວປະເທດຫຼື NRA ແລະ ຝ່າຍຄວບຄຸມປືນທີ່ນຳໂດຍຂະບວນເບຣດີ(Brady). ແຕ່ລະປີ, ສະມາຄົມປືນຈະເສຍເງິນຫຼາຍກວ່າ 3 ລ້ານໂດລາເພື່ອຊື້ຈ້າງນັກການເມືອງໃນລັດຖະສະພາອາເມຣິກາຄັດຄ້ານການຄວບຄຸມປືນ, ສະມາຊິກສະພາຂອງພັກລິພັບລິກັນເກືອບທຸກຄົນຕ່າງໆກໍຈະໄດ້ຮັບຜົນປະໂຫຍດຈາກເງິນອຸດໜູນດັ່ງກ່າວ. ສະນັ້ນ, ແຕ່ລະເທື່ອທີ່ເກີດເຫດການຍິງກັນແລ້ວ, ການສະແດງຄວາມຄິດເຫັນຂອງນັກການເມືອງເຫຼົ່ານີ້ເກືອບແມ່ນຄືກັນໝົດ: ຊາວພັກດີໂມເກລັດຮຽກຮ້ອງໃຫ້ເພີ່ມທະວີການຄວບຄຸມປືນ, ສ່ວນຊາວພັກລິພັບລີກັນພັດຈະຕິວ່າແມ່ນຄວາມຜິດຂອງຄົນຫາກບໍ່ແມ່ນຄວາມຜິດຂອງປືນ. ຫຼັງຈາກຖົກຖຽງກັນແລ້ວ, ກໍບໍ່ມີນະໂຍບາຍໃໝ່ວາງອອກ, ທັງບໍ່ໄດ້ປະຕິບັດມະຕິຄວບຄຸມປືນ, ເຫດການຍິງກັນກໍຍັງເກີດຂຶ້ນຄືເກົ່າ.

ໂດຍຜະເຊີນໜ້າກັບບັນຫາໃຊ້ຄວາມຮຸນແຮງດ້ວຍອາວຸດປືນທີ່ເປັນພິດໄພຕໍ່ສັງຄົມມາແຕ່ດົນນານ, ບໍ່ວ່າວົງການການເມືອງຫຼືວ່າສັງຄົມອາເມຣິກາລ້ວນແຕ່ບໍ່ມີວິທີແກ້ໄຂໄດ້. ປີ 2022, ອາເມຣິກາໄດ້ຜ່ານການຮັບຮອງ “ກົດໝາຍວ່າດ້ວຍປືນທີ່ສຳຄັນທີ່ສຸດໃນໄລຍະ 30 ປີຜ່ານມາ”, ແຕ່ສິ່ງທີ່ໜ້າຢາກຫົວກໍຄື, ກ່ອນກົດໝາຍສະບັບດັ່ງກ່າວຜ່ານການຮັບຮອງພຽງ 2 ຊົ່ວໂມງ, ສານສູງສຸດອາເມຣິກາໄດ້ຕັດສິນວ່າອະນຸມັດໃຫ້ປະຊາຊົນອາເມຣິກາຖືປືນຕິດຕົວແບບປິດບັງຢູ່ນອກເຮືອນໄດ້, ອັນເຮັດໃຫ້ຄວາມສາມາດດ້ານການຕິດຕາມຄຸ້ມຄອງປືນຂອງອົງການປົກຄອງທ້ອງຖິ່ນຂອງລັດຕ່າງໆໃນອາເມຣິກາຖືກຈຳກັດຢ່າງໜັກໜ່ວງ. ຍ້ອນວ່າຂາດກົດໝາຍວ່າດ້ວຍປືນລະດັບຊາດທີ່ມີປະສິດທິຜົນ, ອາເມຣິກາຢາກສະກັດກັ້ນເຫດການຍິງກັນແມ່ນເລື່ອງທີ່ເກືອບເປັນໄປບໍ່ໄດ້ເລີຍ.

ປະຊາຊົນມີສິດຄອບຄອງປືນ, ການເມືອງແຕກແຍກກັນ ແລະ ກຸ່ມຜົນປະໂຫຍດຕ່າງໆກໍກວນຢູ່ເບື້ອງຫຼັງ, ເຮັດໃຫ້ບັນຫາການໃຊ້ຄວາມຮຸນແຮງດ້ວຍອາວຸດປືນໃນສັງຄົມອາເມຣິກາໝົດວິທີທີ່ຈະແກ້ໄຂໄດ້, ໄພຄຸກຄາມຈາກການໃຊ້ອາວຸດປືນໄດ້ກາຍເປັນພິດໄພຕໍ່ສັງຄົມອາເມຣິກາໂດຍຕະຫຼອດ.