ຈີນຄັດຄ້ານການກຳນົດການພົວພັນຈີນ-ອາເມຣິກາດ້ວຍການແກ້ງແຍ້ງ

2023-02-09 15:38:46 cri


   ຕໍ່ກັບຖ້ອຍຄຳກ່ຽວກັບຈີນທີ່ເຜີຍແຜ່ໃນບົດລາຍງານສະພາບແຫ່ງຊາດຂອງທ່ານໂຈ ໄບເດັນ ປະທານາທິບໍດີອາເມຣິກາ, ທ່ານນາງໝາວໜິງ ໂຄສົກກະຊວງການຕ່າງປະເທດຈີນໄດ້ຊີ້ໃຫ້ເຫັນໃນກອງປະຊຸມຖະແຫຼງຂ່າວເມື່ອວັນທີ 8 ກຸມພານີ້ວ່າ: ຝ່າຍຈີນບໍ່ຫຼົບຫຼີກທັງບໍ່ຢ້ານກົວການແກ້ງແຍ້ງ, ແຕ່ຄັດຄ້ານການກຳນົດທົ່ວການພົວພັນຈີນ-ອາເມຣິກາດ້ວຍການແກ້ງແຍ້ງ.



   ທ່ານນາງໝາວໜິງກ່າວເນັ້ນໜັກວ່າ: ຝ່າຍຈີນມີຄວາມເຫັນມາໂດຍຕະຫຼອດວ່າ ການພົວພັນຈີນ-ອາເມຣິກາບໍ່ແມ່ນເກມຜົນລວມເປັນສູນທີ່ “ເຈົ້າເສຍໄຊຂ້ອຍຊະນະ, ເຈົ້າຈະເລີນຂ້ອຍຊຸດໂຊມ”.


   ທ່ານນາງໝາວໜິງຊີ້ໃຫ້ເຫັນວ່າ: ການພົວພັນຈີນ-ອາເມຣິກາທີ່ປອດໃສແລະໝັ້ນທ່ຽງນັ້ນ ແມ່ນສອດຄ່ອງກັບຜົນປະໂຫຍດພື້ນຖານຂອງປະຊາຊົນສອງປະເທດ, ທັງເປັນຄວາມຄອງຄອຍທົ່ວໄປຂອງປະຊາຄົມໂລກ. ຝ່າຍຈີນຈະອີງຕາມ 3 ຫຼັການທີ່ທ່ານປະທານສີຈິ້ນຜິງສະເໜີອອກ, ຄື: ເຄົາລົບເຊິ່ງກັນແລະກັນ, ຢູ່ຮ່ວມກັນໂດຍສັນຕິ, ຮ່ວມມືກັນແບບຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດໃນການແກ້ໄຂການພົວພັນຈີນ-ອາເມຣິກາ, ພ້ອມທັງຈະປົກປ້ອງອະທິປະໄຕ,ຄວາມໝັ້ນຄົງແລະຜົນປະໂຫຍດດ້ານການພັດທະນາຂອງຈີນຢ່າງເດັດດ່ຽວ. ຝ່າຍອາເມຣິກາຄວນສ້າງຄວາມຮັບຮູ້ຕໍ່ຈີນແບບສັດຈະວິພາກແລະມີສະຕິ, ປະຕິບັດນະໂຍບາຍຕໍ່ຈີນທີ່ຕັ້ງໜ້າແລະຕິດແທດຕົວຈິງ, ຮ່ວມກັບຝ່າຍຈີນເພື່ອຊຸກຍູ້ການພົວພັນຈີນ-ອາເມຣິກາໃຫ້ກັບຄືນສູ່ວົງໂຄຈອນທີ່ພັດທະນາຢ່າງປອດໃສແລະໝັ້ນທ່ຽງ.