ສະພາຄວາມໝັ້ນຄົງແຫ່ງສະຫະປະຊາຊາດຈັດກອງປະຊຸມກ່ຽວກັບສະຖານະການອູແກຣນ ຈີນຮຽກຮ້ອງໃຫ້ແກ້ໄຂວິກິດການໂດຍຜ່ານການເຈລະຈາກັນ

2023-02-09 14:25:26 CRI



ວັນທີ 8 ກຸມພາ 2023 ນີ້, ໂດຍອີງຕາມຄວາມຮຽກຮ້ອງຂອງຄະນະຜູ້ແທນຣັດເຊຍປະຈຳອົງການສະຫະປະຊາຊາດ, ສະພາຄວາມໝັ້ນຄົງໄດ້ຈັດກອງປະຊຸມກ່ຽວກັບການແຜ່ຜາຍຂອງອາວຸດຢູ່ອູແກຣນ ແລະ ບັນຫາອື່ນໆ. ຜູ້ຕາງໜ້າຈີນຮຽກຮ້ອງໃຫ້ປະເທດທີ່ກ່ຽວຂ້ອງຍຸດຕິການເພີ່ມການລົງໂທດ, ຍຸດຕິການສະໜອງອາວຸດ, ແລະແກ້ໄຂວິກິດການໂດຍຜ່ານການເຈລະຈາກັນ.

 



ທ່ານໄຕ້ປິ່ງ ຮອງຜູ້ຕາງໜ້າຖາວອນຂອງຈີນປະຈຳອົງການສະຫະປະຊາຊາດກ່າວວ່າ: ຫວັງວ່າປະເທດທີ່ກ່ຽວຂ້ອງ ໂດຍສະເພາະແມ່ນປະເທດໃນເອີຣົບຈະໃຫ້ຄວາມສຳຄັນໃນລະດັບສູງຕໍ່ໄພຂົ່ມຂູ່ອັນໜັກໜ່ວງຈາກອາວຸດ ແລະສິ່ງລະເບີດທີ່ຕົກຄ້າງໃນສົງຄາມທີ່ມີຕໍ່ການສ້າງສາຄືນໃໝ່ພາຍຫຼັງສົງຄາມ, ກໍຄືສັນຕິພາບ ແລະ ສະຖຽນລະພາບຂອງພາກພື້ນ, ຖືທ່າທີຮັບຜິດຊອບ, ພິຈາລະນາຄືນຜົນກະທົບອັນສັບສົນ ແລະ ຜົນຮ້າຍຢ້ອນຫຼັງອັນໜັກໜ່ວງຕໍ່ວິກິດການອູແກຣນ ພ້ອມດ້ວຍສັນຕິພາບ ແລະ ຄວາມໝັ້ນຄົງຂອງສາກົນໃນໄລຍະຍາວ ເນື່ອງຈາກອາວຸດຈຳນວນຫຼວງຫຼາຍໄດ້ຫຼັ່ງໄຫຼເຂົ້າສູ່ອູແກຣນ.