ຝ່າຍຈີນພວມເລັ່ງຈັດຕັ້ງປະຕິບັດໂຄງການຊ່ວຍເຫຼືອດ້ານສະບຽງອາຫານແກ່ຊີຣີ

2023-02-10 11:39:07 CRI

 

   ທ່ານນາງ ເໝົາໜິງ ໂຄສົກກະຊວງການຕ່າງປະເທດຈີນ ໄດ້ແນະນໍາສະພາບການຊ່ວຍເຫຼືອປະເທດຕູຣາເຄຍແລະຊີຣີຂອງຝ່າຍຈີນໃນກອງປະຊຸມຖະແຫຼງຂ່າວທີ່ຈັດຂຶ້ນໃນວັນທີ 9 ກຸມພານີ້ວ່າ: ນອກຈາກການຊ່ວຍເຫຼືອທາງດ້ານເງິນສົດແລະວັດຖຸທີ່ໄດ້ເປີດເຜີຍແລ້ວ, ຝ່າຍຈີນພວມເລັ່ງຈັດຕັ້ງປະຕິບັດໂຄງການຊ່ວຍເຫຼືອດ້ານສະບຽງອາຫານແກ່ຊີຣີຕື່ມອີກ.


   ທ່ານນາງ ເໝົາໜິງ ໄດ້ແຈ້ງໃຫ້ຮູ້ວ່າ: ພາຍຫຼັງໜ່ວຍກູ້ໄພຈີນເດີນທາງໄປຮອດຕູຣາເຄຍແລ້ວ, ກໍໄດ້ເຂົ້າຮ່ວມການກູ້ໄພຢູ່ນະຄອນ ອັນຕາເຄຍ ແຂວງຮາໄຕອິນ ທີ່ ປະສົບໄພຢ່າງໜັກໜ່ວງໂດຍທັນທີ, ໂດຍໄດ້ຮ່ວມມືກັບໜ່ວຍກູ້ໄພຕູຣາເຄຍຢ່າງສຸດຂີດ ແລະສາມາດກອບກູ້ແມ່ຍິງຖືພາຄົນໜຶ່ງທີ່ຕົກຄ້າງດ້ວຍຜົນສໍາເລັດໃນຕອນຮຸ່ງເຊົ້າວັນທີ 9 ກຸມພານີ້ຕາມເວລາທ້ອງຖິ່ນ. ຕອນຄໍ່າວັນທີ 8 ກຸມພານີ້, ອົງການປົກຄອງເຂດບໍລິຫານພິເສດຮົງກົງຈີນໄດ້ແຕ່ງຕັ້ງໜ່ວຍກູ້ໄພໜ່ວຍໜຶ່ງ ປະກອບມີພະນັກງານປະມານ 59 ຄົນເພື່ອໄປຊ່ວຍເຫຼືອກູ້ໄພຢູ່ເຂດປະສົບແຜ່ນດິນໄຫວຢູ່ຕູຣາເຄຍຕື່ມອີກ. ສ່ວນເຄື່ອງຊ່ວຍເຫຼືອດ້ານການແພດງວດທໍາອິດສໍາລັບ 5.000 ຄົນທີ່ສະໜອງໂດຍສະພາກາແດງຈີນນັ້ນໄດ້ຂົນສົ່ງອອກຈາກນະຄອນຫຼວງປັກກິ່ງມຸ່ງໜ້າສູ່ເຂດປະສົບໄພແຜ່ນດິນໄຫວຂອງຊີຣີແລ້ວໃນຕອນເຊົ້າວັນທີ 9 ກຸມພານີ້, ນອກນັ້ນ, ຍັງມີພະນັກງານຊ່ວຍເຫຼືອຈາກສະພາກາແດງຈີນເດີນທາງໄປນໍາດ້ວຍເຮືອບິນລໍາດຽວກັນ.


   ທ່ານນາງ ເໝົາໜິງ ກ່າວຕື່ມວ່າ: ນອກຈາກການຊ່ວຍເຫຼືອດ້ານເງິນສົດແລະວັດຖຸທີ່ໄດ້ເປີດເຜີຍແລ້ວ, ຝ່າຍຈີນພວມເລັ່ງຈັດຕັ້ງປະຕິບັດໂຄງການຊ່ວຍເຫຼືອດ້ານສະບຽງອາຫານແກ່ຊີຣີຕື່ມອີກ, ໃນນັ້ນມີເຂົ້າບະເລຈໍານວນ 220 ໂຕນພວມນໍາສົ່ງໄປ, ສ່ວນເຂົ້າສານແລະເຂົ້າບະເລອີກ 3.000 ກວ່າໂຕນຈະນໍາສົ່ງໄປໃນໄວໆນີ້ໂດຍແບ່ງເປັນສອງງວດ.