ຈີນຈະສືບຕໍ່ຊຸກຍູ້ການເປີດປະຕູສູ່ພາຍນອກໃນລະດັບສູງຢ່າງເດັດດ່ຽວໜຽວແໜ້ນ

2023-02-10 12:01:14 cri



 ໃນເວລາຕອບຄຳຖາມຂອງນັກຂ່າວກ່ຽວກັບບັນຫາເສດຖະກິດຈີນໃນກອງ ປະຊຸມຖະແຫຼງຂ່າວທີ່ຈັດຂຶ້ນເມື່ອວັນທີ 9 ກຸມພານີ້, ທ່ານນາງ ເໝົາໜິງ ໂຄສົກກະ ຊວງການຕ່າງປະເທດຈີນກ່າວຢືນຢັນວ່າ: ຈີນຈະສືບຕໍ່ຊຸກຍູ້ການເປີດປະຕູສູ່ພາຍນອກໃນລະດັບສູງຢ່າງເດັດດ່ຽວໜຽວແໜ້ນ ເພື່ອຮ່ວມກັບບັນດາປະເທດ ໃນທົ່ວໂລກດຳເນີນການຮ່ວມມືແບບຕ່າງຝ່າຍຕ່າງມີຜົນປະໂຫຍດ ແລະຮ່ວມກັນ ສ້າງອະນາຄົດ.

   ຕາມຂ່າວແຈ້ງໃຫ້ຮູ້ວ່າ: ອົງການກອງທຶນເງິນຕາສາກົນ ຫຼື IMF ໄດ້ເຜີຍແຜ່ບົດຄວາມເມື່ອມໍ່ໆມານີ້ໂດຍລະບຸວ່າ: ຄາດວ່າ, ເສດຖະກິດຈີນ ໃນປີນີ້ຈະປະກອບສ່ວນເຂົ້າໃນການເຕີບໂຕດ້ານເສດຖະກິດໂລກເຖິງ 1 ສ່ວນ 4,  ນີ້ຄືຂ່າວດີສຳລັບຈີນກໍຄືທົ່ວໂລກ.

   ທ່ານນາງ ເໝົາໜິງ ກ່າວຢືນຢັນວ່າ: ນີ້ຄືຂ່າວດີຂ່າວໜຶ່ງ,  ເຊິ່ງໄດ້ສະແດງ ໃຫ້ເຫັນອີກຄັ້ງໜຶ່ງເຖິງຄວາມໝັ້ນໃຈຂອງປະຊາຄົມໂລກທີ່ມີຕໍ່ອະນາຄົດແຫ່ງການພັດທະນາເສດຖະກິດຈີນ.  ຈີນໄດ້ຕັ້ງໜ້າເຂົ້າຮ່ວມການຮ່ວມມືຫຼາຍຝ່າຍດ້ວຍ ທ່າທີເປີດປະຕູ. ການປະຕິບັດຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ” ໄດ້ກ້າວ ເຂົ້າສູ່ປີຄົບຮອບ 10 ປີ,  ນັບລວມແລ້ວ ຈີນໄດ້ເຊັນເອກະສານຮ່ວມມືກັບ 151 ປະເທດ. ໃນໄລຍະໜຶ່ງປີແຫ່ງການຈັດຕັ້ງປະຕິບັດສັນຍາການພົວພັນຄູ່ຮ່ວມເສດຖະ ກິດຮອບດ້ານໃນພາກພື້ນຫຼື RCEP, ຍອດມູນຄ່າການຄ້າລະຫວ່າງຈີນກັບ ປະເທດສະມາຊິກອື່ນໆໄດ້ບັນລຸເຖິງ 12.950 ຕື້ຢວນ, ເພີ່ມຂຶ້ນ7,5% ເມື່ອທຽບໃສ່ປີກ່ອນ,ໃນນີ້, ຈັງຫວະການເຕີບໂຕດ້ານການຄ້າລະຫວ່າງຈີນກັບ 8 ປະເທດສະມາຊິກມີຫຼາຍກວ່າ10%, ເຊິ່ງໄດ້ອຳນວຍພະລັງແຮງຂັບ ເຄື່ອນດ້ານການພັດທະນາເສດຖະກິດພາກພື້ນຢ່າງແຂງແຮງ.