ການຮ່ວມມືແບບຕ່າງຝ່າຍຕ່າງມີຜົນປະໂຫຍດດ້ານເສດຖະກິດການຄ້າລະຫວ່າງຈີນ-ອົດສະຕຣາລີແມ່ນສອດຄ່ອງກັບຜົນປະໂຫຍດຮ່ວມຂອງສອງປະເທດ

2023-02-10 12:09:38 cri



ໃນກອງປະຊຸມຖະແຫຼງຂ່າວທີ່ຈັດຂຶ້ນເມື່ອວັນທີ 9 ກຸມພານີ້, ທ່ານນາງ ຊູ້ເຈຖິງ ໂຄສົກກະຊວງການຄ້າຈີນໄດ້ຕອບຄຳຖາມຂອງນັກຂ່າວກ່ຽວກັບການຮ່ວມມືແບບຕ່າງຝ່າຍຕ່າງມີຜົນປະໂຫຍດດ້ານເສດຖະກິດການຄ້າລະຫວ່າງຈີນ-ອົດສະຕຣາລີໂດຍຢືນຢັນວ່າ: ສອງປະເທດຈີນ-ອົດສະຕຣາລີດຳເນີນການຮ່ວມມືແບບຕ່າງຝ່າຍຕ່າງມີຜົນປະໂຫຍດໃນຂົງເຂດເສດຖະກິດການຄ້າແມ່ນສອດຄ່ອງກັບຜົນປະໂຫຍດຮ່ວມຂອງປະຊາຊົນສອງຊາດ.

ທ່ານນາງຊູ້ເຈຖິງກ່າວຕື່ມວ່າ: “ເມື່ອທຽບໃສ່ມູນຄ່າການຄ້າລະຫວ່າງຈີນ-ອົດສະຕຣາລີຈຳນວນ220ຕື້ກວ່າໂດລາແລ້ວ, ສອງຝ່າຍຕ່າງມີຄວາມສົນໃຈຈຳນວນໜຶ່ງໃນຂົງເຂດການຄ້າມັນເປັນເລື່ອງປົກກະຕິທີ່ສຸດ. ຝ່າຍຈີນໄດ້ເນັ້ນໜັກຫຼາຍເທື່ອແລ້ວວ່າ, ຝ່າຍຈີນນຳໃຊ້ມາດຕະການກວດກາແລະກັກກັນພະຍາດລວມທັງມາດຕະການເກື້ອກູນການຄ້ານັ້ນແມ່ນໄດ້ເຄົາລົບ ແລະປະຕິບັດຕາມລະບຽບກົດໝາຍຂອງຈີນ ແລະກົດລະບຽບຂອງອົງການການຄ້າໂລກຢ່າງເຄັ່ງຄັດ, ຖ້າຫາກເຂົ້າໃຈຜິດວ່າມາດຕະການດັ່ງກ່າວເປັນມາດຕະການຈຳກັດແມ່ນບໍ່ເໝາະສົມ. ຝ່າຍຈີນຍິນດີດຳເນີນການແລກປ່ຽນຄວາມເຫັນເພື່ອທຳຄວາມເຂົ້າໃຈກັນກ່ຽວກັບບັນຫາດ້ານເຕັກນິກຈຳນວນໜຶ່ງທີ່ຕ່າງຝ່າຍຕ່າງມີຄວາມສົນໃຈໃນການຄ້າສອງຝ່າຍ, ຊອກຫາແຜນການແກ້ໄຂເພື່ອໃຫ້ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດນຳກັນ. ພ້ອມດຽວກັນນັ້ນ, ພວກເຮົາກໍຫວັງໃຫ້ຝ່າຍອົດສະຕຣາລີຮ່ວມກັບຝ່າຍຈີນມຸ່ງໜ້າໄປສູ່ເປົ້າໝາຍດຽວກັນ, ເພື່ອອຳນວຍສະພາບແວດລ້ອມດ້ານການດຳເນີນທຸລະກິດທີ່ມີຄວາມຍຸຕິທຳ,ເປີດປະຕູ, ບໍ່ມີການຈຳແນກຕໍ່ການລົງທຶນຂອງວິສາຫະກິດຈີນ, ຊຸກຍູ້ການຮ່ວມມືດ້ານເສດ ຖະກິດການຄ້າລະຫວ່າງສອງຝ່າຍໃຫ້ພັດທະນາດ້ວຍຄຸນນະພາບສູງ.”