ບຸກຄົນຜູ້ເບິ່ງກວ້າງມອງໄກຂອງຍີ່ປຸ່ນຈັດເວທີເປິກສາຫາລືຄັດຄ້ານສົງຄາມ

2023-02-10 11:46:29 cri


ຕອນຄ່ຳວັນທີ 9 ກຸມພານີ້, ບຸກຄົນວົງຈາກການການເມືອງແລະວົງການການສຶກສາຂອງ ຍີ່ປຸ່ນຫຼາຍທ່ານໄດ້ຈັດເວທີເປິກສາຫາລືຄັດຄ້ານສົງຄາມຢູ່ນະຄອນຫຼວງໂຕກຽວເພື່ອສະແດງຄວາມບໍ່ພໍໃຈແລະຄັດຄ້ານການກະທຳຕ່າງໆຂອງລັດຖະບານຍີ່ປຸ່ນໃນຫວ່າງມໍ່ໆມານີ້.


ຫວ່າງມໍ່ໆມານີ້, ທ່ານເຈນສ ສະໂຕນເຕັນເບີກ ເລຂາທິການໃຫຍ່ອົງການໄດ້ເດີນທາງໄປ ຢ້ຽມຢາມຍີ່ປຸ່ນ, ໄດ້ພົບປະເຈລະຈາກັບທ່ານຟຸມິໂອ ຄິຊິດະ ນາຍົກລັດຖະມົນຕີຍີ່ປຸ່ນ. ສອງປີຜ່ານມານີ້, ລັດຖະບານຍີ່ປຸ່ນນັບມື້ນັບໃກ້ຊິດກັບນາໂຕ, ໄດ້ເຂົ້າຮ່ວມສູນປ້ອງກັນອິນເຕີເນັດຂອງນາໂຕ, ການກະທຳເຫຼົ່ານີ້ເຮັດໃຫ້ບຸກຄົນຜູ້ເບິ່ງກວ້າງມອງໄກຮູ້ສຶກເປັນຫ່ວງນຳອະນາຄົດຂອງຍີ່ປຸ່ນ.


ລັດຖະສະພາຊຸດທີ 211 ຂອງຍີ່ປຸ່ນຈະສຳຫຼວດພິຈາລະນາຮ່າງງົບປະມານຂອງລັດຖະບານສົກການເງິນ 2023. ໃນຮ່າງງົບປະມານສະບັບນີ້, ງົບປະມານດ້ານການປ້ອງກັນປະເທດຈະເພີ່ມຂຶ້ນຮອດຫຼາຍກວ່າ 6.800 ຕື້ເຢັນຍີ່ປຸ່ນ, ເພີ່ມຂຶ້ນ 1,26 ເທົ່າຂອງສົກການເງິນ 2022, ເລື່ອງນີ້ໄດ້ພາໃຫ້ເກີດມີການຖົກຖຽງກັນຢ່າງຫຼວງຫຼາຍຢູ່ພາຍໃນປະເທດຍີ່ປຸ່ນ. ບຸກຄົນຜູ້ເບິ່ງກວ້າງມອງໄກຈຳນວນຫຼວງຫາຍກ່າວວ່າ: ການເພີ່ມງົບປະມານລາຍຈ່າຍດ້ານການປ້ອງກັນປະເທດນັ້ນບໍ່ມີຜົນດີຕໍ່ສັນຕິພາບແລະສະຖຽນລະພາບ, ທັງບໍ່ມີຜົນປະໂຫຍດຕໍ່ຊີວິດການເປັນຢູ່ຂອງປະຊາຊົນຍີ່ປຸ່ນ.