ຝ່າຍຈີນຈະປົກປ້ອງສິດແລະຜົນປະໂຫຍດທີ່ຊອບດ້ວຍກົດໝາຍຂອງວິສາຫະກິດຈີນຢ່າງເດັດດ່ຽວ

2023-02-10 12:12:52 cri


ໃນກອງປະຊຸມຖະແຫຼງຂ່າວປະຈຳວັນທີ 9 ກຸມພານີ້, ທ່ານນາງຊູ້ເຈຖິງ ໂຄສົກກະຊວງ ການຄ້າຈີນໄດ້ກ່າວວ່າ: ຝ່າຍຈີນຄັດຄ້ານຝ່າຍອາເມຣິກາທີ່ຂະຫຍາຍນິຍາມຄວາມໝັ້ນຄົງແຫ່ງຊາດມາໂດຍຕະຫຼອດ, ລະເມີດຫຼັກການເສດຖະກິດຕະຫຼາດ ແລະ ກົດລະບຽບເສດຖະກິດການຄ້າສາກົນ,ລົງໂທດ ແລະ ກົດດັນວິສາຫະກິດຈີນຢ່າງບໍ່ມີເຫດຜົນ, ທຳລາຍຄວາມໝັ້ນທ່ຽງຂອງຕ່ອງໂສ້ອຸດສາຫະກຳ, ຕ່ອງໂສ້ການສະໜອງໃນທົ່ວໂລກ ແລະ ການປະດິດສ້າງໃໝ່ດ້ານເຕັກນິກຂອງທົ່ວໂລກ, ຝ່າຍຈີນຈະປົກປ້ອງສິດ ແລະ ຜົນປະໂຫຍດທີ່ຊອບດ້ວຍກົດໝາຍຂອງວິສາຫະກິດຈີນຢ່າງເດັດດ່ຽວ.



ທ່ານນາງຊູ້ເຈຖິງກ່າວຕື່ມວ່າ: ໃນຊຸມປີຜ່ານມານີ້, ຝ່າຍອາເມຣິກາໄດ້ຂະຫຍາຍນິຍາມຄວາມໝັ້ນຄົງແຫ່ງຊາດຢ່າງບໍ່ຢຸດຢັ້ງ, ນຳໃຊ້ມາດຕະການຄວບຄຸມການສົ່ງອອກເກີນຂອບເຂດ, ຂົ່ມຂູ່ ແລະ ບັງຄັບປະເທດອື່ນນຳໃຊ້ມາດຕະການປົກປ້ອງການຄ້າ,ແລະ ຂັດຂວາງການຄ້າສາກົນທີ່ເປັນປົກກະຕິດ້ານຜະລິດຕະພັນເຊມິຄອນດັກເຕີເປັນຕົ້ນ.



ທ່ານນາງຊູ້ເຈຖິງໄດ້ຊີ້ໃຫ້ເຫັນວ່າ: ຝ່າຍຈີນໄດ້ເອົາໃຈໃສ່ກ່ຽວກັບອັນທີ່ເອີ້ນວ່າ ບັນຊີລາຍຊື່“ຕະຫຼາດທີ່ມີຊື່ສຽງຊົ່ວຮ້າຍ”ທີ່ອາເມຣິກາປະກາດໃນຫວ່າງມໍ່ໆມານີ້. ຝ່າຍຈີນເຫັນວ່າ: ສະພາບທີ່ບົດລາຍງານກ່າວເຖິງນັ້ນບໍ່ໄດ້ຜ່ານການສຳຫຼວດ ແລະ ຢັ້ງຢືນ, ຜົນສະຫຼຸບບໍ່ມີສັດຈະວິພາກ ແລະ ບໍ່ຍຸຕິທຳ.