ປະທານາທິບໍດີອາຟຣິກາໃຕ້ປະກາດໃຫ້ທົ່ວປະເທດເຂົ້າສູ່ພາວະໄພພິບັດເພື່ອຮັບມືກັບວິກິດການພະລັງງານໄຟຟ້າ

2023-02-10 12:14:50 cri

ວັນທີ 9 ກຸມພານີ້, ຢູ່ນະຄອນເຄັບທາວ(Cape Town)ສາທາລະນະລັດອາຟຣິກາໃຕ້, ທ່ານມາທາເມລາ ຊີຣິວ ຣາມາໂຟຊາ ປະທານາທິບໍດີອາຟຣິກາໃຕ້ໄດ້ປະກາດວ່າ ທົ່ວປະເທດອາຟຣິກາໃຕ້ໄດ້ເຂົ້າສູ່ພາວະໄພພິບັດ ແລະເກີດມີຜົນສັກສິດທັນທີ ເພື່ອຮັບມືກັບວິກິດການ ພະລັງງານໄຟຟ້າ ພ້ອມທັງຜົນກະທົບທີ່ເກີດຂຶ້ນ.

ໃນຄ່ຳຄືນມື້ດຽວກັນ, ທ່ານຣາມາໂຟຊາໄດ້ຂຶ້ນຜ່ານບົດລາຍງານສະພາບ ແຫ່ງຊາດ2023ຢູ່ທີ່ສຳນັກງານປົກຄອງນະຄອນເຄັບທາວໂດຍຢືນຢັນວ່າ: ສູນຄຸ້ມຄອງໄພພິບັດແຫ່ງຊາດໄດ້ກຳນົດວິກິດການດ້ານພະລັງງານ ພ້ອມທັງ ຜົນກະທົບທີ່ເກີດຂຶ້ນນັ້ນເປັນໄພພິບັດຄັ້ງໜຶ່ງ. ທ່ານຣາມາໂຟຊາກ່າວຕື່ມວ່າ: ພາຍໃຕ້ພາວະໄພພິບັດແຫ່ງຊາດ, ຈະສາມາດຈັດໃຫ້ມີມາດຕະການຕົວຈິງໃນ ການສະໜັບສະໜູນວິສາຫະກິດໃນຕ່ອງໂສ້ການຜະລິດ, ສະສົມ ແລະຂາຍ ຍ່ອຍຜະລິດຕະພັນອາຫານ ພ້ອມທັງເຮັດໃຫ້ພື້ນຖານໂຄງລ່າງທີ່ສຳຄັນ ເປັນຕົ້ນ ແມ່ນ ໂຮງໝໍ ແລະອື່ນໆເວັ້ນຈາກການຖືກຕັດໄຟ.

ນັບແຕ່ຕົ້ນປີ2022ເປັນຕົ້ນມາ, ອາຟຣິກກາໃຕ້ໄດ້ເກີດວິກິດການ ດ້ານການສະໜອງໄຟຟ້າຢ່າງໜັກໜ່ວງ. ໄລຍະມໍ່ໆມານີ້, ສະພາບການຂາດແຄນໄຟຟ້າໄດ້ຮຸນແຮງຂຶ້ນຕື່ມ, ເຊິ່ງໜັກໜ່ວງທີ່ສຸດ ມື້ໜຶ່ງຈະມີໄຟຟ້າມອດຫຼາຍກວ່າ 8 ຊົ່ວໂມງ.