ຈີນຈະສືບຕໍ່ສ້າງຄວາມໝັ້ນໃຈ ແລະກຳລັງແຮງໃຫ້ແກ່ການຟື້ນຕົວຂອງເສດຖະກິດໂລກ

2023-02-10 10:14:00 cri

ນັບແຕ່ວັນທີ 6 ກຸມພາ 2023 ເປັນຕົ້ນໄປ, ຈີນໄດ້ເລີ່ມທົດລອງອະນຸຍາດໃຫ້ບໍລິສັດທ່ອງທ່ຽວ ແລະບໍລິສັດທ່ອງທ່ຽວອອນລາຍທົ່ວປະເທດ ຟື້ນຟູທຸລະກິດຄະນະນັກທ່ອງທ່ຽວຈີນໄປທ່ຽວຕ່າງປະເທດ ແລະທຸລະກິດຈອງ “ປີ້ຍົນ+ໂຮງແຮມ”. ລາຍຊື່ຂອງປະເທດທີ່ກ່ຽວຂ້ອງດັ່ງກ່າວລວມມີ 20 ກວ່າປະເທດ ເຊັ່ນ: ລາວ, ໄທ, ກຳປູເຈຍ ແລະອື່ນໆ. ນີ້ເປັນຂີດໝາຍທີ່ສະແດງໃຫ້ເຫັນວ່າ: ທຸລະກິດຄະນະນັກທ່ອງທ່ຽວໄປທ່ຽວຕ່າງປະເທດ ແລະທຸລະກິດຈອງ “ປີ້ຍົນ+ໂຮງແຮມ” ຂອງຈີນທີ່ໄດ້ໂຈະມາເປັນເວລາຫຼາຍກວ່າ 3 ປີ ຍ້ອນໄດ້ຮັບຜົນກະທົບຈາກການແພ່ລະບາດຂອງພະຍາດໂຄວິດ-19 ນັ້ນ ໄດ້ຟື້ນຕົວຄືນໃໝ່ແລ້ວ.

ຕອນເຊົ້າວັນທີ 6 ກຸມພານີ້, ຄະນະນັກທ່ອງທ່ຽວຈີນທີ່ປະກອບດ້ວຍ 10 ຄົນ ໄດ້ຂີ່ລົດໄຟເດີນທາງຈາກນະຄອນຄຸນໝີງ ປະເທດຈີນ ໄປຫານະຄອນຫຼວງວຽງຈັນ ປະເທດລາວ. ນັກທ່ອງທ່ຽວເຫຼົ່ານີ້ບໍ່ພຽງແຕ່ໄດ້ຊົມທິວທັດທີ່ສວຍສົດງົດງາມທາງພາກໃຕ້ຂອງແຂວງຢຸນນານຈີນເທົ່ານັ້ນ, ຫຼັງຈາກເຂົ້າປະເທດລາວແລ້ວ, ເຂົາເຈົ້າຍັງໄດ້ຜ່ານນະຄອນຫຼວງພະບາງ ທີ່ເປັນເມືອງມໍລະດົກໂລກອີກດ້ວຍ, ໃນທີ່ສຸດກໍໄດ້ເດີນທາງໄປຮອດນະຄອນຫຼວງວຽງຈັນ. ພ້ອມກັນນັ້ນ, ຄະນະນັກທ່ອງທ່ຽວຈີນຫຼາຍຄະນະກໍໄດ້ເດີນທາງໄປຮອດຈຸດໝາຍປາຍທາງທ່ອງທ່ຽວຢູ່ຕ່າງປະເທດ, ເຈົ້າໜ້າທີ່ຂອງໄທ, ກຳປູເຈຍ, ສິງກະໂປ ແລະປະເທດອື່ນໆໄດ້ສະແດງຄວາມຍິນດີຕ້ອນຮັບຢ່າງອົບອຸ່ນ ໂດຍໄດ້ຈັດພິທີຕ້ອນຮັບ ແລະມອບຂອງຂວັນໃຫ້ແກ່ນັກທ່ອງທ່ຽວຈີນຢູ່ສະໜາມບິນ.

ຕາມສະຖິຕິແລ້ວ, ໃນມື້ທຳອິດຂອງການຟື້ນຟູຄະນະນັກທ່ອງທ່ຽວໄປທ່ຽວຕ່າງປະເທດ, ຢ່າງໜ້ອຍມີຄະນະນັກທ່ອງທ່ຽວ 14 ຄະນະຈາກບໍລິສັດທ່ອງທ່ຽວ 5 ແຫ່ງພາຍໃນປະເທດຈີນໄດ້ອອກເດີນທາງໄປທ່ຽວຕ່າງປະເທດ. ພາຍຫຼັງຟື້ນຟູຄະນະນັກທ່ອງທ່ຽວໄປທ່ຽວຕ່າງປະເທດແລ້ວ, ຈຳນວນການຄົ້ນຫາລາຍການທ່ອງທ່ຽວທາງອອນລາຍໄດ້ເພີ່ມຂຶ້ນຢ່າງຫຼວງຫຼາຍ, ຄວາມໝັ້ນໃຈຂອງຂະແໜງການທ່ອງທ່ຽວທົ່ວໂລກໄດ້ຮັບການຍົກສູງຂຶ້ນ. ອີງຕາມຂໍ້ມູນສະແດງໃຫັເຫັນວ່າ: ລະຫວ່າງວັນທີ 20 ມັງກອນ ຫາວັນທີ 5 ກຸມພາ 2023 ນີ້, ຈຳນວນການສອບຖາມກ່ຽວກັບຜະລິດຕະພັນການທ່ອງທ່ຽວຕ່າງປະເທດແບບເປັນກຣຸບຂອງຈີນໄດ້ເພີ່ມຂຶ້ນ 358% ແລະການສອບຖາມກ່ຽວກັບການຂໍວີຊາໄດ້ເພີ່ມຂຶ້ນ 172% ເມື່ອທຽບໃສ່ໄລຍະໜຶ່ງເດືອນທີ່ຜ່ານມາ.

ຜ່ານການໂຈະການບໍລິການເປັນເວລາ 3 ປີ, ຄະນະນັກທ່ອງທ່ຽວຈີນໄປທ່ຽວຕ່າງປະເທດໄດ້ຟື້ນຕົວຄືນໃໝ່, ພາກສ່ວນການທ່ອງທ່ຽວຂອງຫຼາຍປະເທດໄດ້ຕີລາຄາສູງຕໍ່ກັບເລື່ອງນີ້ ໂດຍເຫັນວ່າ: ຈະເປັກນານເພີ່ມພະລັງຊຸກດັນທີ່ເຂັ້ມແຂງໃຫ້ກັບຂະແໜງການທ່ອງທ່ຽວຂອງປະເທດຕົນ ພ້ອມທັງຈະຟື້ນຟູຄວາມຈະເລີນຮຸ່ງເຮືອງຂອງຕະຫຼາດການທ່ອງທ່ຽວທົ່ວໂລກ ແລະຊຸກດັນການຟື້ນຕົວຄືນຂອງເສດຖະກິດໂລກຫຼັງການແພ່ລະບາດຂອງພະຍາດໂຄວິດ-19. ໜັງສືພິມວຽງຈັນທາມຂອງລາວໄດ້ລາຍງານ ໂດຍອ້າງອີງຄຳເວົ້າຂອງທ່ານນາງດາຣານີ ພົມມະວົງສາ ຫົວໜ້າກົມຄຸ້ມຄອງການທ່ອງທ່ຽວ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະທ່ອງທ່ຽວລາວວ່າ: ພວກເຮົາກຳລັງຮ່ວມມືກັບບໍລິສັດທ່ອງທ່ຽວ, ໂຮງແຮມ ແລະບໍລິສັດອື່ນໆກ່ຽວກັບການທ່ອງທ່ຽວ, ປັບປຸງອຸປະກອນ ແລະການບໍລິການໃຫ້ດີຂຶ້ນ ເພື່ອຕ້ອນຮັບຄະນະນັກທ່ອງທ່ຽວຈີນ. ທ່ານທອງຄອນ ລັດຖະມົນຕີກະຊວງການທ່ອງທ່ຽວກຳປູເຈຍກ່າວວ່າ: ຈີນເປັນຕະຫຼາດນັກທ່ອງທ່ຽວຕ່າງປະເທດທີ່ໃຫຍ່ທີ່ສຸດໃນໂລກ, ການຟື້ນຟູຄະນະທ່ອງທ່ຽວຕ່າງປະເທດຂອງຈີນ ມີຜົນດີຢ່າງຫຼວງຫຼາຍຕໍ່ກຳປູເຈຍ ກໍຄືທົ່ວໂລກ. ມາເລເຊຍກໍໄດ້ຄາດຄະເນວ່າ: ນັກທ່ອງທ່ຽວຈີນຈະສາມາດຊ່ວຍລວມຍອດຜະລິດຕະພັນພາຍໃນ ຫຼື GDP ຂອງມາເລເຊຍເພີ່ມຂຶ້ນ 1% ແລະອັດຕາການປະກອບອາຊີບເພີ່ມຂຶ້ນ 2,9%.