ທ່ານສີຈິ້ນຜິງສົ່ງຈົດໝາຍຕອບຄືນໃຫ້ໜ່ວຍແພດຈີນທີ່ຊ່ວຍເຫຼືອອາຟຣິກາກາງ

2023-02-10 17:00:47 CRI

ທ່ານສີຈິ້ນຜິງສົ່ງຈົດໝາຍຕອບຄືນໃຫ້ໜ່ວຍແພດຈີນທີ່ຊ່ວຍເຫຼືອອາຟຣິກາກາງ


ບັນດາສະຫາຍຂອງໜ່ວຍການແພດຈີນທີ່ຊ່ວຍເຫຼືອອາຟຣິກາກາງຊຸດທີ 19:


ສະບາຍດີ! ໄດ້ຮັບຈົດໝາຍຈາກພວກສະຫາຍແລ້ວ. ພວກສະຫາຍໄດ້ຜ່ານຜ່າຄວາມຫຍຸ້ງຍາກດ້ານການເຮັດວຽກ ແລະ ດຳລົງຊີວິດຢູ່ອາຟຣິກາກາງ, ຮັບໃຊ້ປະຊາຊົນຢູ່ແຫ່ງນັ້ນຢ່າງສຸດອົກສຸດໃຈ, ເປັນນາງຟ້າຊຸດຂາວທີ່ກອບກູ້ຄົນເຈັບ, ທັງເປັນທູດແຫ່ງການສົ່ງເສີມມິດຕະພາບ. ປີນີ້ແມ່ນປີທີ່ຈີນສົ່ງໜ່ວຍການແພດໄປຊ່ວຍເຫຼືອຕ່າງປະເທດຄົບຮອບ 60 ປີ, ຂໍສະແດງຄວາມຢື້ຢາມຖາມຂ່າວຢ່າງສຸດໃຈຕໍ່ບັນດາສະຫາຍຂອງໜ່ວຍການແພດທີ່ເຄີຍໄປ ແລະພວມປະຕິບັດໜ້າທີ່ຊ່ວຍເຫຼືອຕ່າງປະເທດ.

 

ປະຊາຊົນຈີນຮັກຫອມສັນຕິພາບ ແລະ ຖະນຸຖະໜອມຊີວິດ, ໜ່ວຍການແພດຈີນທີ່ຊ່ວຍເຫຼືອຕ່າງປະເທດກໍໄດ້ສ່ອງແສງເຖິງເລື່ອງນີ້. ຫວັງວ່າບັນຫາສະຫາຍບໍ່ລືມອຸດົມການແຕ່ຫົວທີ, ຈື່ຈຳພາລະກຳຢ່າງໜັກແໜ້ນ, ເຊີດຊູຈິດໃຈຂອງໜ່ວຍການແພດຈີນທີ່ບໍ່ຢ້ານກົວຕໍ່ຄວາມລຳບາກ, ຍິນດີອຸທິດຕົນ, ຊ່ວຍເຫຼືອຄົນເຈັບ, ມີຄວາມຮັກແພງຢ່າງກວ້າງຂວາງ, ນຳໃຊ້ຈິດໃຈເມດຕາ ແລະ ຄວາມຊຳນານເພື່ອນຳເອົາຜົນປະໂຫຍດມາໃຫ້ແກ່ປະຊາຊົນທ້ອງຖິ່ນ, ເລົ່າເລື່ອງລາວຂອງຈີນໃຫ້ດີດ້ວຍການກະທຳຕົວຈິງ, ປະກອບສ່ວນຫຼາຍກວ່າເກົ່າເຂົ້າໃນການຊຸກຍູ້ການສ້າງປະຊາຄົມສາທາລະນະສຸກຂອງມວນມະນຸດ.