ອົງການສະຫະປະຊາຊາດຈະໃຫ້ການສະໜັບສະໜູນຕໍ່ການກູ້ໄພພາຍຫຼັງເກີດເຫດແຜ່ນດິນໄຫວຢູ່ຕູຣາເຄຍ

2023-02-10 11:40:50 CRI

    ວັນທີ 9 ກຸມພານີ້ຕາມເວລາທ້ອງຖິ່ນ, ໃນເວລາກ່າວປາໄສກ່ຽວກັບເຫດການແຜ່ນດິນໄຫວຢູ່ປະເທດຕູຣາເຄຍ, ທ່ານ ອັນໂຕນີໂອ ກູເຕີເຣັສ ເລຂາທິການໃຫຍ່ອົງການສະຫະປະຊາຊາດໄດ້ຢືນຢັນວ່າ: ປັດຈຸບັນມີເຄື່ອງຊ່ວຍເຫຼືອທີ່ບັນທຸກໂດຍລົດຂົນສົ່ງ 6 ຄັນຂອງອົງການສະຫະປະຊາຊາດໄດ້ເດີນທາງຈາກຕູຣາເຄຍ ຂ້າມຊາຍແດນແລະໄປຮອດເຂດຄວບຄຸມຂອງກຸ່ມປະກອບອາວຸດຕໍ່ຕ້ານລັດຖະບານຊີຣີແລ້ວ.


    ທ່ານ ກູເຕີເຣັສ ກ່າວຕື່ມວ່າ: ອົງການສະຫະປະຊາຊາດພວມຕອບສະໜອງຄວາມຕ້ອງການຢ່າງຮີບດ່ວນ ໂດຍໄດ້ວາງແຜນສົ່ງຜູ້ຊ່ຽວຊານດ້ານການປະເມີນ, ພ້ອມທັງສະໜອງເຄື່ອງຊ່ວຍເຫຼືອຕ່າງໆເປັນຕົ້ນແມ່ນເຄື່ອງຊ່ວຍເຫຼືອສຸກເສີນ, ອາຫານ, ເຄື່ອງມືການແພດ, ຜ້າຫົ່ມເກັບອຸນຫະພູມແລະອື່ນໆ. ທ່ານໄດ້ຮຽກຮ້ອງໃຫ້ຝ່າຍຕ່າງໆຈົ່ງສ້າງເງື່ອນໄຂໃຫ້ພະນັກງານກູ້ໄພສາມາດດໍາເນີນການກູ້ໄພຢ່າງສະດວກ, ພ້ອມທັງຮຽກຮ້ອງໃຫ້ຝ່າຍຕ່າງໆຈົ່ງສະໜອງທຶນເຂົ້າໃນກອງທຶນມະນຸດສະທໍາຢ່າງຮີບດ່ວນຕື່ມອີກ. ທ່ານກູເຕີເຣັສກ່າວຕື່ມອີກວ່າ: ປັດຈຸບັນທຸກຄົນລ້ວນແຕ່ຄວນຮັບຮູ້ຢ່າງຈະແຈ້ງແລ້ວວ່າ, ການລົງໂທດໃນທຸກໆຮູບແບບລ້ວນແຕ່ບໍ່ສາມາດກີດຂວາງການເຄື່ອນໄຫວກູ້ໄພເພື່ອຊ່ວຍເຫຼືອປະຊາຊົນຊີຣີໃນປັດຈຸບັນໄດ້.