ຝ່າຍອາເມລິກາຄວນຢຸດຕິການລົງໂທດແຕ່ຝ່າຍດຽວແລະການໃຊ້ອໍານາດເກີນຂອບເຂດທີ່ຜິດກົດໝາຍ

2023-02-11 12:02:54 CRI

 

   ໃນກອງປະຊຸມຖະແຫຼງຂ່າວທີ່ຈັດຂຶ້ນວັນທີ 10 ກຸມພານີ້, ມີນັກຂ່າວຖາມໂດຍອ້າງຕາມການລາຍງານຂ່າວວ່າ, ອີງຕາມສັນຍາສະບັບຫຼ້າສຸດທີ່ອາເມລິກາ, ຍີ່ປຸ່ນແລະໂຮນລັງບັນລຸໃນຫວ່າງມໍ່ໆນີ້, ການຄວບຄຸມການສົ່ງອອກທີ່ກ່ຽວຂ້ອງກັບເຊມິຄອນດັກເຕີສູ່ຈີນຂອງອາເມລິການັ້ນຈະຂະຫຍາຍຂອບເຂດການນໍາໃຊ້ສູ່ວິສາຫະກິດຂອງຍີ່ປຸ່ນແລະໂຮນລັງຕື່ມອີກ. ມີການວິຈານເຫັນວ່າ, ອາເມລິກາຈໍາກັດການສົ່ງອອກສູ່ຈີນຂອງປະເທດອື່ນນັ້ນເປັນການໃຊ້ອໍານາດເກີນຂອບເຂດ. ຝ່າຍຈີນມີຄວາມເຫັນແນວໃດຕໍ່ເລື່ອງນີ້?


   ທ່ານນາງ ເໝົາໜິງ ໂຄສົກກະຊວງການຕ່າງປະເທດຈີນກ່າວວ່າ: ການໃຊ້ອໍານາດເກີນຂອບເຂດເປັນການປະພຶດທາງດ້ານຕຸລາການທີ່ຂຶງຂັງມັງມໍຂອງລັດຖະບານອາເມລິກາທີ່ປະຕິບັດການໃຊ້ອໍານາດຢູ່ນອກປະເທດຕົນໂດຍແນ່ໃສ່ວິສາຫະກິດແລະບຸກຄົນຕ່າງປະເທດຢ່າງເກີນຂອບເຂດ ໂດຍອີງຕາມກົດໝາຍຂອງອາເມລິກາ ແລະໃຊ້ກຳລັງສັງລວມກໍຄືການເປັນມະຫາອຳນາດດ້ານການທະນາຄານຂອງອາເມລິກາເປັນກໍາລັງໜູນຫຼັງ. ນັບມາຮອບສົກປີ 2021, ມາດຕະການລົງໂທດທີ່ໄດ້ມີຜົນບັງຄັບໃຊ້ຂອງອາເມລິການັ້ນມີຫຼາຍກວ່າ 9.400 ຂໍ້, ກ່ຽວພັນກັບຈີນ, ຣັດເຊຍ, ອີຣານແລະປະເທດອື່ນໆ. ລັດຖະບານອາເມລິກາທຸກຊຸດທີ່ຜ່ານມາໄດ້ໃຊ້ມາດຕະການຂົ່ມຂູ່ທາງດ້ານເສດຖະກິດຢ່າງເກີນຂອບເຂດແລະຖືການລົງໂທດເປັນທາງເລືອກອັນດັບໜຶ່ງໃນການແກ້ໄຂບັນຫາການຕ່າງປະເທດ, ນີ້ບໍ່ພຽງແຕ່ບໍ່ມີປະສິດທິຜົນເທົ່ານັ້ນ, ແຕ່ຍັງໄດ້ພາໃຫ້ເກີດໄພພິບັດດ້ານມະນຸດສະທໍາຕື່ມອີກ. ຝ່າຍອາເມລິກາຄວນຢຸດການລົງໂທດແຕ່ຝ່າຍດຽວ ແລະການໃຊ້ອໍານາດເກີນຂອບເຂດທີ່ຜິດກົດໝາຍ, ປະຕິບັດຕາມໜ້າທີ່ຮັບຜິດຊອບສາກົນໃຫ້ສົມກັບຖານະທີ່ເປັນໜຶ່ງໃນປະເທດສະມາຊິກຖາວອນຂອງສະພາຄວາມໝັ້ນຄົງອົງການສະຫະປະຊາຊາດຢ່າງແທ້ຈິງ.