ອາເມຣິກາຜ່ອນຄາຍການລົງໂທດຕໍ່ຊີຣີຊົ່ວຄາວພາຍໃຕ້ຄວາມກົດດັນທາງຫາງສຽງສາກົນ

2023-02-11 15:45:41 cri


ຍ້ອນຄວາມກົດດັນທາງຫາງສຽງສາກົນ,ລັດຖະບານອາເມຣິກາໄດ້ປະກາດໃນວັນທີ9ກຸມພານີ້ຕາມເວລາທ້ອງຖິ່ນ ໂດຍໄດ້ຜ່ອນຄາຍມາດຕະການລົງໂທດຂອງອາເມຣິກາທີ່ມີຕໍ່ຊີຣີໃນຊົ່ວຄາວ,ແຕ່ມາດຕະການນີ້ພຽງແຕ່ໃຊ້ໃນດ້ານການຄ້າຂາຍທີ່ກ່ຽວຂ້ອງກັບຄວາມຕ້ອງການກູ້ໄພຍ້ອນແຜ່ນດິນໄຫວຂອງຊີຣີ ເຊິ່ງມີເວລາຈຳກັດ180ມື້ເທົ່ານັ້ນ.


ການລົງໂທດແຕ່ຝ່າຍດຽວ ໄດ້ສ້າງໄພພິບັດອັນໜັກໜ່ວງຕໍ່ເສດຖະກິດແລະຊີວິດການເປັນຢູ່ຂອງຊີຣີ. ແຜ່ນດິນໄຫວທີ່ເກີດຂຶ້ນຢູ່ຊີຣີໃນວັນທີ6ກຸມພານີ້ ໄດ້ເຮັດໃຫ້ຊີຣີມີຄົນເສຍຊີວິດແລະໄດ້ຮັບບາດເຈັບຢ່າງຫຼວງຫຼາຍ,ເຮັດໃຫ້ສະຖານະການມະນຸດສະທຳຮ້າຍແຮງຂຶ້ນ,ການລົງໂທດຂອງອາເມຣິກາໄດ້ບັ່ນທອນຄວາມສາມາດໃນການກູ້ໄພຂອງລັດຖະບານຊີຣີ,ທັງສະກັດກັ້ນປະເທດອື່ນຂົນສົ່ງວັດຖຸສິ່ງຂອງແລະອຸປະກອນກູ້ໄພເຂົ້າສູ່ຊີຣີ. ໃນຫຼາຍມື້ຜ່ານມານີ້,ປະຊາຄົມໂລກໄດ້ຮຽກຮ້ອງມາໂດຍຕະຫຼອດໃຫ້ອາເມຣິກາຍົກເລີກຫຼືຢ່າງໜ້ອຍຜ່ອນຄາຍການລົງໂທດຕໍ່ຊີຣີ,ເຮັດໃຫ້ຊີຣີໄດ້ຮັບການຊ່ວຍເຫຼືອດ້ານການກູ້ໄພຢ່າງທັນເວລາ.