ປະທານາທິບໍດີອີຣານເຫັນວ່າອາເມລິກາແລະເອີຣົບບໍ່ມີຄວາມປາຖະໜາໃນການສໍາເລັດການເຈລະຈາກ່ຽວກັບການປະຕິບັດສັນຍາ

2023-02-11 11:56:55 CRI

   ວັນທີ 10 ກຸມພານີ້ຕາມເວລາທ້ອງຖິ່ນ, ທ່ານ ໄຊອິດອີບຣາຮິມ ຣາຍຊີ ປະທານາທິບໍດີອີຣານ ໄດ້ລົງບົດຄວາມໃນສື່ສັງຄົມອອນລາຍວ່າ, ກ່ອນໜ້ານີ້ຫຼາຍເດືອນ, ອີຣານເຄີຍສະແດງທ່າທີຍິນດີໃນການສໍາເລັດການເຈລະຈາກ່ຽວກັບການປະຕິບັດຕາມສັນຍານິວເຄຣຍອີຣານ ເພື່ອບັນລຸສັນຍາສະບັບໜຶ່ງທີ່ຍຸຕິທໍາ ພ້ອມທັງໄດ້ສະແດງນໃຈໄມຕີຈິດມິດຕະພາບທີ່ພຽງພໍ. ແຕ່ອາເມລິກາ, ອັງກິດ, ຝຣັງ ແລະເຢຍລະມັນຊໍ້າພັດຍັງມີຄວາມເຂົ້າໃຈທີ່ບໍ່ຖືກກັບຄວາມເປັນຈິງກໍຄືວິນິດໄສທີ່ຜິດພາດ, ເຊິ່ງພວກເຂົາເຈົ້າບໍ່ໄດ້ໃຊ້ໂອກາດນີ້ໃຫ້ດີ, ແຕ່ຊໍ້າພັດສວຍໃຊ້ໂອກາດນີ້ເພື່ອເຂົ້າແຊກແຊງວຽກງານພາຍໃນຂອງອີຣານ.


   ເດືອນພຶດສະພາປີ 2018 ຜ່ານມາ, ອາເມລິກາໄດ້ປະກາດຖອນອອກຈາກສັນຍານິວເຄຣຍອີຣານພຽງຝ່າຍດຽວ, ຈາກນັ້ນໄດ້ຟື້ນຟູມາດຕະການລົງໂທດຕໍ່ອີຣານຄືນໃໝ່ພ້ອມທັງໄດ້ເພີ່ມມາດຕະການລົງໂທດອັນໃໝ່ຫຼາຍສະບັບຕໍ່ອີຣານຕື່ມອີກ.


   ນັບແຕ່ເດືອນເມສາປີ 2021 ເປັນຕົ້ນມາ, ຝ່າຍຕ່າງໆທີ່ກ່ຽວຂ້ອງກັບສັນຍານິວເຄຣຍອີຣານໄດ້ຈັດການພົບປະກັນຫຼາຍຮອບຢູ່ນະຄອນຫຼວງວຽນຂອງໂອຕິລສ ເພື່ອເປິກສາຫາລືບັນຫາການຟື້ນຟູການຈັດຕັ້ງປະຕິບັດສັນຍາດັ່ງກ່າວລະຫວ່າງອາເມລິກາແລະອີຣານ. ແຕ່ນັບມາຮອດປັດຈຸບັນ, ການເຈລະຈາແມ່ນບໍ່ທັນໄດ້ຮັບຄວາມຄືບໜ້າຢ່າງເດັ່ນຊັດເທື່ອ. ແນວໃດກໍຕາມ, ອີຣານເຄີຍກ່າວຫຼາຍຄັ້ງແລ້ວວ່າ: ຈະສືບຕໍ່ສະແຫວງຫາຊ່ອງທາງດ້ານການຕ່າງປະເທດເພື່ອແກ້ໄຂບັນຫານິວເຄຣຍອີຣານ, ແຕ່ “ປະຕູສໍາລັບການເຈລະຈາຈະບໍ່ໄດ້ເປີດຕະຫຼອດໄປ”.