ຈີນໄດ້ຊຸກຍູ້ຂະບວນການຂະຫຍາຍສະມາຊິກອົງການBRICSດ້ວຍຈິດໃຈBRICSທີ່ເປີດກວ້າງ,ກວມລວມແລະຮ່ວມມືກັນທີ່ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດມາໂດຍຕະຫຼອດ

2023-02-11 15:43:40 cri


ວັນທີ 10 ກຸມພານີ້, ທ່ານນາງເໝົາໜິງ ໂຄສົກກະຊວງການຕ່າງປະເທດຈີນໄດ້ຈັດກອງປະຊຸມຖະແຫຼງຂ່າວປະຈຳ.ມີນັກຂ່າວໄດ້ຕັ້ງຄຳຖາມກ່ຽວກັບບັນຫາທີ່ກ່ຽວຂ້ອງກັບການຂະຫຍາຍ ສະມາຊິກອົງການBRICS.


ທ່ານນາງເໝົາໜິງກ່າວວ່າ:“ຄຳຖະແຫຼງການປັກກິ່ງ”ທີ່ປະກາດໃນການພົບປະເຈລະຈາກັນຄັ້ງທີ14ຂອງຜູ້ນຳປະເທດໃນອົງການBRICSໄດ້ຊີ້ອອກຢ່າງຈະແຈ້ງວ່າ:ສະໜັບສະໜູນໃຫ້ເປິກສາຫາລືກັນເພື່ອຊຸກຍູ້ຂະບວນການຂະຫຍາຍສະມາຊິກອົງການBRICS. ຈີນໄດ້ຍຶດໝັ້ນຈິດໃຈBRICSທີ່ເປີດກວ້າງ,ກວມລວມແລະຮ່ວມມືກັນທີ່ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດມາໂດຍຕະຫຼອດ, ເພື່ອຮ່ວມກັບສະມາຊິກອົງການBRICSເພີ່ມທະວີການຮ່ວມມືກັບປະເທດຕະຫຼາດຈະເລີນໃໝ່ ແລະປະເທດພວມພັດທະນາອື່ນໆ,ພ້ອມກັນຊຸກຍູ້ຂະບວນການຂະຫຍາຍສະມາຊິກອົງການBRICS ບົນພື້ນຖານເປິກສາຫາລືກັນຢ່າງເຕັມທີ່ແລະເປັນເອກະພາບກັນ.