ກຳລັງກູ້ໄພຫຼາຍກຸ່ມຂອງຈີນດຳເນີນການເຄື່ອນໄຫວກູ້ໄພຢູ່ຕູຣາເຄຍ

2023-02-11 14:32:44 cri

ພາຍຫຼັງຕູຣາເຄຍເກີດແຜ່ນດິນໄຫວຮຸນແຮງແລ້ວ, ໜ່ວຍກູ້ໄພຈີນແລະກຳລັງຮັບມືກັບສະພາວະສຸກເສີນທາງສັງຄົມຂອງຈີນຫຼາຍກຸ່ມ ກໍ່ໄດ້ເຕົ້າໂຮມກັນຢ່າງທັນການ ເພື່ອເດີນທາງໄປຕູຣາເຄຍດຳເນີນການເຄື່ອນໄຫວກູ້ໄພ.



ນັບມາຮອດປັດຈຸບັນ, ໜ່ວຍກູ້ໄພຈີນໄດ້ກອບກູ້ຜູ້ປະສົບໄພ 3 ຄົນ ຢູ່ເຂດຮາທາອີ(Hatay) ພາກໃຕ້ຕູຣາເຄຍ. ຕອນບ່າຍວັນທີ 9 ກຸມພານີ້ຕາມເວລາທ້ອງຖິ່ນ, ໜ່ວຍກູ້ໄພກົ່ງຢາງຈີນ ຮ່ວມກັບໜ່ວຍຊອກກູ້ທະຫານບົກຕູຣາເຄຍ ໄດ້ກອບກູ້ສະມາຊິກ 5 ຄົນຂອງຄອບຄົວໜຶ່ງຢ່າງສຳເລັດຜົນຢູ່ຕາແສງເບເລນ(Belen). ວັນທີ 9 ກຸມພານີ້ຕາມເວລາທ້ອງຖິ່ນ, ສະມາຊິກໜ່ວຍກູ້ໄພລານທ່ຽນງວດທຳອິດ ທີ່ມີເກືອບຮ້ອຍຄົນ ເມື່ອເດີນທາງໄປຮອດເຂດມາລາເທຍ(Malatya)ແລ້ວ, ໄດ້ດຳເນີນການຊອກກູ້ຢູ່ເຮືອນຊານ 200 ກວ່າຫຼັງທີ່ພັງທະລາຍ ຕາມການແບ່ງໜ້າທີ່ຂອງພາກສ່ວນຮັບມືກັບສະພາວະສຸກເສີນຂອງທ້ອງຖິ່ນ.